spot_img
Homeຂ່າວພາຍ​ໃນຫຼາຍຄົນຂ້ອງໃຈກັບມາດຕະການລັອກດາວ-ປິດເມືອງ

ຫຼາຍຄົນຂ້ອງໃຈກັບມາດຕະການລັອກດາວ-ປິດເມືອງ

Published on

ປະຊາຊົນຫຼາຍຄົນຍັງມີຄວາມຂ້ອງໃຈກ່ຽວກັບມາດຕະການລັອກດາວ-ປິດເມືອງຂອງລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທົ່ວປະເທດ ໂດຍສະເພາະບາງແຂວງໄດ້ເພີ່ມທະວີການປະຕິບັດມາດຕະການທີ່ເຂັ້ມງວດ ໂດຍຫ້າມບໍ່ໃຫ້ເດີນທາງເຄື່ອນໄຫວນອກຂອບເຂດເຮືອນຂອງໃຜລາວຖ້າບໍ່ມີວຽກຈຳເປັນ.

ປະຊາຊົນທ່ານໜຶ່ງ (ບໍ່ປະສົງອອກນາມ) ຢູ່ນະຄອນຫຼວງວຽງຈັນກ່າວວ່າ: ລັດຖະບານໄດ້ອອກແຈ້ງການປະຕິບັດມາດຕະການລັອກດາວຈົນຮອດວັນທີ 30 ກັນຍາ ໂດຍຫ້າມບໍ່ໃຫ້ປະຊາຊົນອອກຈາກບ້ານເຮືອນຖ້າບໍ່ມີວຽກຈຳເປັນ ແຕ່ຕົວຈິງຍັງເຫັນລົດແລ່ນສວ່ານສົນໄປມາຕາມທ້ອງຖະໜົນ ຄ້າຍກັບວ່າປະຊາຊົນຍັງໃຊ້ຊີວິດປົກກະຕິ ເຖິງຈະມີການປິດກັ້ນຕາມສາຍທາງຕ່າງໆຫຼາຍຈຸດ, ແລ້ວພວກເຮົາຈະເຮັດແນວໃດຈິ່ງຈະເຮັດໃຫ້ແຈ້ງການສັກສິດ? ເພາະຫຼາຍຄົນຍັງບໍ່ໃຫ້ຄວາມຮ່ວມມືເທົ່າທີ່ຄວນ.

ທ່ານ ປະສົງ (ນາມສົມມຸດ) ອາຊີບພະນັກງານ ຢູ່ນະຄອນຫຼວງວຽງຈັນກ່າວວ່າ: ພວກເຮົາບໍ່ໄດ້ເຈຕະນາຝ່າຝືນມາດຕະການລັອກດາວ ແຕ່ເນື່ອງຈາກເຮັດວຽກນຳບໍລິສັດເອກະຊົນ, ເມື່ອຫ້ອງການບໍ່ໄດ້ສັ່ງພັກ ພວກເຮົາກໍຈຳຕ້ອງໄດ້ໄປ ເພາະຖ້າພັກຢູ່ບ້ານກໍຖືກຕັດເງິນເດືອນ ທັງບໍ່ໄດ້ຮັບປະໂຫຍດ ຫຼື ການຊ່ວຍເຫຼືອໃດໆ, ຖ້າອອກເດີນທາງກໍຖືກປິດກັ້ນຫຼາຍຈຸດ ເຮັດໃຫ້ເກີດຄວາມຫຍຸ້ງຍາກສັບສົນພໍສົມຄວນ.

ນາງຫຼ້າຊ້ອຍ ອາຊີບຄ້າຂາຍຢູ່ນະຄອນຫຼວງວຽງຈັນກ່າວວ່າ: ຖ້າມີມາດຕະການລັອກດາວແບບເຂັ້ມງວດ ກໍຄວນຈະມີມາດຕະການຊ່ວຍເຫຼືອຄຽງຄູ່ກັນ, ພວກເຮົາຊາວຄ້າຂາຍທີ່ຫາເຊົ້າກິນຄໍ່າຕ້ອງໄດ້ທຳມາຄ້າຂາຍພຽງເພື່ອກຳໄລເລັກນ້ອຍ ຖ້າຈະໃຫ້ພັກຢູ່ແຕ່ເຮືອນກໍຄົງເປັນການຍາກ ເນື່ອງຈາກຕ້ອງຈ່າຍຄ່າຜ່ອນລົດເປັນປະຈຳແຕ່ລະເດືອນໂດຍບໍ່ມີການຜ່ອນຜັນ ທັງບໍ່ໄດ້ຮັບການຊ່ວຍເຫຼືອໃດໆ.

ທ່ານ ດ.ຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງໃນໂອກາດຖະແຫຼງຂ່າວມື້ນີ້ວ່າ: ສິ່ງທີ່ໄດ້ຮັບຈາກການລັອກດາວ-ປິດເມືອງນັ້ນກໍຄື ການປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມຈົນບໍ່ສາມາດຄວບຄຸມໄດ້, ຕໍ່ມາກໍແມ່ນເພື່ອຮັກສາສຸຂະພາບ, ຄວາມປອດໄພ ແລະ ຊີວິດຂອງປະຊາຊົນ ພ້ອມທັງຫຼຸດຜ່ອນຄວາມແອອັດໃນໂຮງໝໍ ແລະ ຫຼຸດຜ່ອນພາລະອັນໜັກໜ່ວງຂອງທີມງານແພດໝໍ, ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່ກັກກັນ ແລະ ສະຖານທີ່ປິ່ນປົວຜູ້ຕິດເຊື້ອນັ້ນເອງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...