Homeຂ່າວຕ່າງປະເທດນັກວິທະຍາສາດ ເກັບຕົວຢ່າງໄວຣັສໃນໂຕເຈຍຢູ່ຈໍາປູເຈຍ ທີ່ຄ້າຍຄືກັບ ໂຄວິດ-19

ນັກວິທະຍາສາດ ເກັບຕົວຢ່າງໄວຣັສໃນໂຕເຈຍຢູ່ຈໍາປູເຈຍ ທີ່ຄ້າຍຄືກັບ ໂຄວິດ-19

Published on

ວັນທີ 20 ກັນຍາ 2021 ສໍານັກຂ່າວ channelnewsasia ລາຍງານ ທີມນັກວິໄຈຈາກສະຖາບັນປາສເຕີຢູ່ທີ່ກໍາປູເຈຍ ເຊິ່ງເປັນສູນວິໄຈທາງການແພດ ແລະ ສະຖາບັນສາທາລະນະສຸກຢູ່ທີ່ ພະນົມເປັນ ກໍາລັງມີການເກັບຕົວຢ່າງຂອງເຊື້ອໄວຣັສທີ່ກວດພົບໃນໂຕເຈີຍທາງພາກເໜືອຂອງຈໍາປູເຈຍ ເພື່ອຫາຕົ້ນຕໍການກໍາເນີດ ແລະ ໃຫ້ຮູ້ກ່ຽວກັບການລະບາດຂອງເຊື້ອ ໂຄວິດ-19 ທີ່ໄດ້ຂ້າຊີວິດຄົນທົ່ວໂລກໄປຈໍານວນຫຼາຍ.

ການລົງພື້ນທີ່ເກັບຕົວຢ່າງໄວຣັສຈາກໂຕເຈີຍ ຢູ່ທາງພາກເໜືອຂອງກໍາປູເຈຍ ເປັນໄປຢ່າງລະອຽດ ເນື່ອງຈາກນັກວິທະຍາສາດພົບເຊື້ອໄວຣັສ 2 ຕົວຢ່າງ ທີ່ໄດ້ເກັບມາຈາກໂຕເຈຍມຸງກຸດ ໃນພື້ນທີ່ຂອງແຂວງຕຣຶງເຕຣັງ ຈາກທາງພາກເໜືອຂອງກໍາປູເຈຍ ເມື່ອປີ 2010 ແລະ ໄດ້ມີການແຊ່ແຂງເຊື້ອໄວຣັສຊະນິດນີ້ໄວ້ທີ່ສະຖາບັນປາສເຕີຢູ່ກໍາປູເຈຍນັ້ນ ເຊິ່ງມີຄວາມຄ້າຍຄືກັບເຊື້ອໄວຣັສໂຄໂຣນ່າສາຍພັນໃໝ່ປີ 2019 ທີ່ກໍ່ໃຫ້ເກີດ ພະຍາດ ໂຄວິດ-19 ໃນປັດຈຸບັນ.

ທີມນັກວິໄຈຂອງສະຖາບັນປາສເຕີ ຈໍານວນ 8 ຄົນ ໄດ້ລົງພື້ນທີ່ເພື່ອເກັບຕົວຢ່າງເຊື້ອໄວຮັສຈາກໂຕເຈຍຢ່າງລະອຽດ ເປັນເວລາ 1 ອາທິດ ເພື່ອນໍາມາສຶກສາ ເຊິ່ງເປັນການວິໄຈທີ່ຄ້າຍຄືກັບທີ່ກໍາລັງເຮັດໃນຟິລິບປິນ.

Thavry Hoem ຜູ້ປະສານງານວິໄຈພາກສະໜາມຂອງສະຖາບັນປາສເຕີແຫ່ງຈໍາປູເຈຍ ໄດ້ກ່າວວ່າ:

“ພວກເຮົາຫວັງວ່າ ຜົນການສຶກສາຄັ້ງນີ້ຈະສາມາດຊ່ວຍໂລກຂອງພວກເຮົາໃຫ້ເຂົ້າໃຈກ່ຽວກັບເຊື້ອ ໂຄວິດ-19 ຫຼາຍຂື້ນ”

ຂະນະທີ່ ດຣ. Veasna Duong ຫົວໜ້າພະແນກໄວຣັສທີ່ສະຖາບັນປາສເຕີ ກ່າວວ່າ “ນັກວິໄຈຂອງສະຖາບັນປາສເຕີ ໄດ້ລົງພື້ນທີ່ເກັບຕົວຢ່າງໃນໂຕເຈຍແລ້ວ 4 ຮອບໃນຊ່ວງ 2 ປີ ທີ່ຜ່ານມາ ເພາະຫວັງວ່າ ຈະຫາຕົ້ນຕໍຂອງການກໍາເນີດເຊື້ອໂຄວິດ ແລະ ການພັດທະນາຂອງເຊື້ອໄວຣັສໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...