spot_img
Homeຂ່າວຕ່າງປະເທດGabby Petito ອາຍຸ 22 ປີ ຫາຍໂຕໄປ ແລະ ບໍ່ສາມາດຕິດຕໍ່ໄດ້ຫຼັງອອກໄປທ່ອງທ່ຽວກັບແຟນ

Gabby Petito ອາຍຸ 22 ປີ ຫາຍໂຕໄປ ແລະ ບໍ່ສາມາດຕິດຕໍ່ໄດ້ຫຼັງອອກໄປທ່ອງທ່ຽວກັບແຟນ

Published on

ວັນທີ 19 ກັນຍາ 2021 CNN ລາຍງານວ່າ ຍິງທີ່ມີຊື່ວ່າ Gabby Petito ອາຍຸ 22 ປີ ໄດ້ຫາຍໂຕໄປ ຫຼັງອອກທຣິບຂັບລົດເດີນທາງໄປທ່ອງທ່ຽວກັບຄູ່ໝັ້ນ ທີ່ມີຊື່ວ່າ Brian Laundrie ຕັ້ງແຕ່ວັນທີ 2 ກໍລະກົດ ຈາກ ລັດຟໍລິດ້າ ໄປທ່ອງທ່ຽວທົ່ວອາເມລິກາ ຕະຫຼອດການເດີນທາງ Gabby ໄດ້ຕິດຕໍ່ກັບຜູ້ເປັນແມ່ ແລະ ຄອບຄົວຢູ່ສະເໝີ ແຕ່ເມື່ອຮອດວັນທີ 30 ສິງຫາ ຄອບຄົວກໍບໍ່ສາມາດຕິດຕໍ່ກັບ Gabby ໄດ້ອີກ.

ພາບ Gabby Petito ແລະ Brian Laundrie ຈາກ Youtube

ຈົນມາວັນທີ 2 ກັນຍາ Brian ກໍກັບມາບ້ານຄົນດຽວ ແລະ ໂທຫາທະນາຍ ໂດຍປະຕິເສດທີ່ຈະໂອ້ລົມໃດໆກັບຄອບຄົວຂອງ Gabby ແລະ ບໍ່ຍອມບອກວ່າ Gabby ຢູ່ໃສ.

ຄອບຄົວຂອງ Gabby ຮູ້ສຶກກະວົນກະວາຍ ເປັນຫ່ວງລູກສາວຈົນກິນບໍ່ໄດ້ນອນບໍ່ຫຼັບ, ຮອດວັນທີ 11 ກັນຍາ ຄອບຄົວຂອງ Gabby ຕັດສິນໃຈແຈ້ງຕໍາຫຼວດເນື່ອງຈາກການຫາຍໂຕໄປຂອງລູກສາວ ແລະ ບໍ່ສາມາດຕິດຕໍ່ໄດ້.

ຫຼັງຈາກນັ້ນ 3 ມື້ (ວັນທີ 14 ກັນຍາ) ຕໍາຫຼວດໄດ້ປະກາດວ່າ Brian Laundrie ຫາຍໂຕໄປ ຫຼັງຮູ້ວ່າຄອບຄົວຂອງ Gabby ແຈ້ງຕໍາຫຼວດ, ຫຼາຍຝ່າຍສັນນິຖານວ່າເຂົາກໍາລົງຫຼົບໜີ ຫຼື ບ່ຽງເບນຄວາມສົນໃຈໃນການຕາມຫາໂຕຂອງ Gabby.

ລ່າສຸດ, ແຫຼ່ງຂ່າວຈາກ Foxnews ໄດ້ລາຍງານວ່າ ເຈົ້າໜ້າທີ່ໄດ້ປະກາດ ພົບສົບຍິງສາວ ໃນບໍລິເວນອຸທິຍານແຫ່ງຊາດ Grand Teton ໃນລັດ wyoming ຕໍາຫຼວດກ່າວວ່າສົບດັ່ງກ່າວ ມີລັກສະນະຄ້າຍຄືກັບ Gabby ທີ່ຫາຍໂຕໄປ ແລະ ຢືນຢັນໃນເວລາຕໍ່ມາວ່າ ສົບດັ່ງກ່າວແມ່ນ Gabby Petito. ການສອບສວນຍັງຕ້ອງດໍາເນີນຕໍ່ໄປ ໂດຍທີ່ຕໍາຫຼວດ ກໍາລັງຕິດຕາມໂທລະສັບຂອງທັງ Gabby ແລະ Brian ເນື່ອງຈາກຕໍາຫຼວດໄດ້ສົ່ງທີມເຈົ້າໜ້າທີ່ ຈໍານວນ 50 ຄົນ ເຂົ້າໄປໃນ Carlton Reserve ທີ່ເຕັມໄປດ້ວຍອັນຕະລາຍ ເພື່ອຄົ້ນຫາ Brian ມາສືບສວນ.

ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ North Port ຍັງຄົງຄົ້ນຫາ Brian ຕໍ່ໄປ ເພາະ Brian Laundrie ໄດ້ກາຍເປັນຜູ້ຕ້ອງສົງໄສທີ່ຖືກສັນນິຖານວ່າ ເປັນຜູ້ລົງມືຂ້າ Gabby Petito ໄປແລ້ວ.

Gabby ແລະ Brian ທັງສອງໄດ້ເດີນທາງພະຈົນໄພໄປທົ່ວອາເມລິກາດ້ວຍລົດຕູ້ສີຂາວ ຕັ້ງແຕ່ຕົ້ນປີ ພວກເຂົາໄດ້ສ້າງເວັບໄຊ້ ແລະ ເປີດບັນຊີ Youtube ເພື່ອບັນທຶກເລື່ອງລາວການເດີນທາງຂອງພວກເຂົາ ເຊິ່ງຜູ້ຕິດຕາມຈະໄດ້ເຫັນພາບທີ່ມີຄວາມສຸກ ແລະ ຮອຍຍິ້ມຂອງພວກເຂົາ ໂດຍບໍ່ຄິດວ່າຈະມີເລື່ອງດັ່ງກ່າວເກີດຂຶ້ນ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...