spot_img
Homeຂ່າວຕ່າງປະເທດຈີນ ແລະ ຝຣັ່ງເສດກ່າວໂຈມຕີຂໍ້ຕົກລົງສະຫະລັດ-ອົດສະຕາລີ ກ່ຽວກັບເຮືອດຳນ້ຳພະລັງງານນິວເຄຼຍ

ຈີນ ແລະ ຝຣັ່ງເສດກ່າວໂຈມຕີຂໍ້ຕົກລົງສະຫະລັດ-ອົດສະຕາລີ ກ່ຽວກັບເຮືອດຳນ້ຳພະລັງງານນິວເຄຼຍ

Published on

ເວັບໄຊ Latimes ລາຍງານ: ຄະນະບໍລິຫານຂອງປະທານາທິບໍດີໄບແດນ ໄດ້ສະແດງຄວາມບໍ່ພໍໃຈຕໍ່ຄູ່ແຂ່ງເຊັ່ນຈີນ ແລະ ຝຣັ່ງເສດ ໜຶ່ງໃນພັນທະມິດທີ່ໃກ້ຊິດຂອງຈີນ ທີ່ໄດ້ກ່າວໂຈມຕີຂໍ້ຕົກລົງສະຫະລັດໃນເລື່ອງທີ່ຈະຊ່ວຍອົດສະຕາລີພັດທະນາເຮືອດຳນ້ຳພະລັງງານນິວເຄຼຍ ພ້ອມຂູ່ຈະເພີ່ມຄວາມຕຶງຄຽດກັບປັກກິ່ງໃນທັນທີ ແລະ ອາດທຳລາຍຄວາມສຳພັນທີ່ດີກັບປາຣີ.

ເຮືອດຳນໍ້າພະລັງງານນິວເຄຼຍທີ່ຈະສົ່ງມອບໃຫ້ກັບອົດສະຕາລີຄັ້ງນີ້ແມ່ນມີລັກສະນະປອດໄພ, ວ່ອງໄວ, ສາມາດເດີນທາງໄດ້ໄກກວ່າ ແລະ ເລິກກວ່າ ພ້ອມມີຄວາມຊັບຊ້ອນຫຼາຍກວ່າເຮືອດຳນໍ້າທົ່ວໄປ ເຊິ່ງຂໍ້ຕົກລົງດັ່ງກ່າວ ຖືເປັນບາດກ້າວສຳຄັນໃນການປະຕິບັດຕາມຄຳປະຕິຍານທີ່ ໄບເດນ ເຄີຍກ່າວວ່າ ຈະມີການຈັດຕັ້ງພັນທະມິດທີ່ຍິ່ງໃຫຍ່ ເພື່ອຄວບຄຸມອິດທິພົນທາງດ້ານເສດຖະກິດ ແລະ ການທະຫານຂອງຈີນໃນພາກພື້ນອິນໂດ-ປາຊີຟິກ.

ປັກກິ່ງໄດ້ສະແດງຄວາມບໍ່ພໍໃຈຕໍ່ຂໍ້ຕົກລົງດັ່ງກ່າວ ໂດຍວິພາກວິຈານຂໍ້ຕົກລົງດັ່ງກ່າວວ່າ ເປັນການຍອມຮັບແນວຄິດສົງຄາມເຢັນທີ່ຈະກະຕຸ້ນການແຂ່ງຂັນດ້ານອາວຸດ ເຊິ່ງເປັນໄພຄຸກຕາມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ຂະນະທີ່ຜູ້ນຳຝຣັ່ງເສດກໍສະແດງຄວາມບໍ່ພໍໃຈເຊັ່ນກັນ ເນື່ອງຈາກເຄີຍຕົກລົງກັນມາກ່ອນວ່າ ຝຣັ່ງເສດຈະຂາຍເຮືອດຳນ້ຳແບບທຳມະດາໃຫ້ອົດສະຕາລີ.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ຝ່າຍບໍລິຫານຂອງສະຫະລັດກ່າວອ້າງວ່າ ຂໍ້ຕົກລົງດັ່ງກ່າວບໍ່ໄດ້ເປັນການມຸ່ງເປົ້າໄປທີ່ປັກກິ່ງແຕ່ຢ່າງໃດ ເຖິງແມ່ນຜູ້ຊ່ຽວຊານສ່ວນໃຫຍ່ຈະເບິ່ງເຫັນວ່າການຕັດສິນໃຈດັ່ງກ່າວອາດມີເງື່ອນງຳກໍຕາມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...