spot_img
Homeຂ່າວພາຍ​ໃນກັກຕົວຜູ້ກໍ່ເຫດຍິງປືນໃນເຂດຊຸມຊົນ ພ້ອມຂອງກາງປືນ 4 ກະບອກ

ກັກຕົວຜູ້ກໍ່ເຫດຍິງປືນໃນເຂດຊຸມຊົນ ພ້ອມຂອງກາງປືນ 4 ກະບອກ

Published on

ທ້າວ ພານຸລັກ ຫຼື ຕີ່ງ ອາຍຸ 37 ປີ ວ່າງງານ ຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ກັກຕົວໃນວັນທີ 7 ກັນຍາ ຜ່ານມາ ພາຍຫຼັງກໍ່ເຫດຍິງປືນໃນເຂດຊຸມຊົນ, ເຮັດໃຫ້ຊຸມຊົນແຕກຕື່ນ ພ້ອມກວດພົບອາວຸດປືນດັດແປງ (ປືນປະດິດ) ຈໍານວນ 4 ກະບອກ.

ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໃຫ້ຮູ້ວ່າ: ໃນວັນທີ 4 ກັນຍາ 2021 ໄດ້ຮັບແຈ້ງວ່າ: ເວລາ 18:00 ໂມງ ໄດ້ຍິນສຽງປືນດັງຂຶ້ນ 1 ນັດ ຢູ່ເຂດບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ ຈິ່ງລົງຕິດຕາມ ແລະ ກວດກາສະຖານທີ່ເກີດເຫດ, ມາເຖິງວັນທີ 7 ກັນຍາ 2021 ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໄດ້ສົມທົບກັບສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ສີບຸນເຮືອງ ແລະ ການຈັດຕັ້ງບ້ານ ເຂົ້າກັກຕົວ ທ້າວ ພານຸລັກ ຫຼື ຕີ່ງ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຢຶດອາວຸດປືນດັດແປງທັງ 4 ກະບອກ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ປືນ 4 ກະບອກນັ້ນ ຜູ້ກ່ຽວໄດ້ປະດິດຂຶ້ນມາເອງ ໂດຍນໍາໃຊ້ໄວ້ເພື່ອລ່າສັດ ແລະ ໄດ້ຍິງປືນໜຶ່ງນັດຂຶ້ນຟ້າ ໃນເຂດເຮືອນຂອງຕົນແທ້. ປັດຈຸບັນ ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງຕົວຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງດໍາເນີນຄະດີຕາມຂັ້ນຕອນຕໍ່ໄປ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງໃນນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນກຸ່ມຄົນບໍ່ດີກໍ່ຄວາມບໍ່ສະຫງົບ ແລະ ເຫດການອື່ນໆ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ ໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ຢູ່ໃກ້ຄຽງ ຫຼື ແຈ້ງມາທີ່ເບີວອດແອັບ 020 28899774 ຫຼື ຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເພື່ອລົງແກ້ໄຂໃຫ້ທັນສະພາບການ.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...