spot_img
Homeຂ່າວທ້ອງຖິ່ນຄົນໄທລະເມີດຊາຍແດນ ຂ້າມມາຮັບເອົາຄົນຂ້າມຝັ່ງ

ຄົນໄທລະເມີດຊາຍແດນ ຂ້າມມາຮັບເອົາຄົນຂ້າມຝັ່ງ

Published on

ອີງຕາມລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 21 ໂມງ 15 ນາທີ ຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ: ທ້າວ ມານັດ ອາຍຸ 40 ປີ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ.

ດັ່ງນັ້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່

ຖ້າພົບເຫັນການລະເມີດແຈ້ງເບີວອບແອັບ 020 28899774 ຫຼື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...