spot_img
Homeຂ່າວຕ່າງປະເທດນິວຢອກ-ຟີລາເດລເຟຍ, ສະຫະລັດ ເກີດນໍ້າຖ້ວມໜັກ ເສຍຊີວິດຫຼ້າສຸດ 41 ຄົນ

ນິວຢອກ-ຟີລາເດລເຟຍ, ສະຫະລັດ ເກີດນໍ້າຖ້ວມໜັກ ເສຍຊີວິດຫຼ້າສຸດ 41 ຄົນ

Published on

ເວັບໄຊໄທຣັດລາຍງານ: ເມືອງນິວຢອກ ແລະ ຟີລາເດລເຟຍ, ສະຫະລັດອາເມລິກາເກີດນໍ້າຖ້ວມຮຸນແຮງພາຍຫຼັງພະຍຸເຮີຣີເຄນໄອດາພັດຖະຫຼົ່ມ ພາໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ ຂະນະທີ່ປັດຈຸບັນມີລາຍງານຜູ້ເສຍຊີວິດແລ້ວ 41 ລາຍ.

ເຈົ້າໜ້າທີ່ສະຫະລັດກຳລັງດຳເນີນການຊ່ວຍເຫຼືອ ແລະ ອົບພະຍົບປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຫຼາຍພື້ນທີ່ທາງຕາເວັນອອກສ່ຽງເໜືອຂອງປະເທດ ໂດຍສະເພາະນະຄອນນິວຢອກ, ຟີລາເດລເຟຍ ແລະອື່ນໆ ເຊິ່ງເປັນຜົນມາຈາກພະຍຸເຮີຣີເຄນໄອດາ ເຮັດໃຫ້ການຈະລາຈອນຕາມທ້ອງຖະໜົນກາຍເປັນອຳມະພາດ ສ່ວນການເດີນທາງທາງອາກາດຂອງສະໜາມບິນບາງແຫ່ງກໍໄດ້ຮັບຜົນກະທົບ ເຮັດໃຫ້ຖ້ຽວບິນຈຳນວນ 350 ຖ້ຽວຖືກຍົກເລີກ. ພ້ອມກັນນັ້ນ, ມີປະຊາຊົນ 40 ກວ່າຄົນເສຍຊີວິດຈາກເຫດການນໍ້າຖ້ວມຄັ້ງນີ້.

ຫ້ອງການຄຸ້ມຄອງສະຖານະການສຸກເສີນຂອງລັດຖະບານກາງສະຫະລັດ (FEMA) ເປີດເຜີຍວ່າ ຂະນະນີ້ ໄອດາໄດ້ອ່ອນກຳລັງລົງຈາກພະຍຸດີເປຼຊັນເຂດຮ້ອນ ກາຍເປັນອະດີດພະຍຸໝູນເຂດຮ້ອນ (post-tropical cyclone) ແຕ່ຍັງຄາດການວ່າຈະມີຝົນຕົກໜັກເກີດຂຶ້ນອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...