spot_img
Homeຂ່າວຕ່າງປະເທດສໍານັກບໍລິຫານສື່ ແລະ ສິ່ງພິມແຫ່ງຊາດຂອງຈີນອອກມາຮຽກຮ້ອງໃຫ້ມີມາດຕະການຄວບຄຸມການຫຼີ້ນເກມອອນລາຍ

ສໍານັກບໍລິຫານສື່ ແລະ ສິ່ງພິມແຫ່ງຊາດຂອງຈີນອອກມາຮຽກຮ້ອງໃຫ້ມີມາດຕະການຄວບຄຸມການຫຼີ້ນເກມອອນລາຍ

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າ ທາງສໍານັກພິມແຫ່ງຊາດຂອງປະເທດຈີນໄດ້ອອກຂ່າວໃນໜັງສືພິມສ່ວນໜຶ່ງທີ່ເວົ້າເຖິງການປ້ອງກັນເຍົາວະຊົນຈາກການຕິດເກມອອນລາຍ ໂດຍຜູ້ໃຫ້ບໍລິການເກມອອນລາຍສາມາດໃຫ້ບໍລິການແກ່ເຍົາວະຊົນໄດ້ພຽງ 1 ຊົ່ວໂມງເທົ່ານັ້ນ ນັບຕັ້ງແຕ່ເວລາ 20:00 ໄປຈົນຮອດ 21:00 ໃນຄືນວັນສຸກ, ເສົາ ແລະ ອາທິດ.

ນອກຈາກນີ້ຍັງຮຽກຮ້ອງໃຫ້ໃຊ້ມາດຕະການການລົງທະບຽນ ແລະ ເຂົ້າສູ່ລະບົບການໃຊ້ງານດ້ວຍຊື່ແທ້ ໂດຍລະບຸວ່າຜູ້ໃຫ້ບໍລິການເກມອອນລາຍຈະຕ້ອງບໍ່ໃຫ້ບໍລິການແກ່ຜູ້ທີ່ບໍ່ລົງທະບຽນ ແລະ ລົງຊື່ເຂົ້າໃຊ້ງານທີ່ບໍ່ແມ່ນຊື່ແທ້.

ທັງນີ້ທາງດ້ານໜ່ວຍງານສື່ ແລະ ສິ່ງພິມທຸກລະດັບຂອງຈີນໄດ້ຮ້ອງຂໍໃຫ້ກໍາກັບດູແລບັງຄັບໃຊ້ມາດຕະການທີ່ກ່ຽວຂ້ອງ ແລະ ຈັດການກັບບໍລິສັດທີ່ບໍ່ນໍາໃຊ້ມາດຕະການດັ່ງກ່າວນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...