spot_img
Homeຂ່າວຕ່າງປະເທດການປ່ຽນແປງສະພາບພູມອາກາດໃນປັດຈຸບັນ ເປັນການປ່ຽນແປງທີ່ບໍ່ສາມາດກັບໄປແກ້ໄຂໄດ້ແລ້ວ

ການປ່ຽນແປງສະພາບພູມອາກາດໃນປັດຈຸບັນ ເປັນການປ່ຽນແປງທີ່ບໍ່ສາມາດກັບໄປແກ້ໄຂໄດ້ແລ້ວ

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າ ໃນບໍ່ດົນມານີ້ໂລກຂອງພວກເຮົາຕ້ອງປະເຊີນກັບໄພທໍາມະຊາດຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຄື້ນຄວາມຮ້ອນ, ໄພແຫ້ງແລ້ງ, ໄຟໄໝ້ ແລະ ນໍ້າຖ້ວມ ເຫດການເຫຼົ່ານີ້ມັນສະແດງໃຫ້ເຫັນເຖິງການປ່ຽນແປງຂອງສະພາບອາກາດທີ່ກໍາລັງສົ່ງຜົນກະທົບຢ່າງໜັກໜ່ວງ.

ການປ່ຽນແປງຂອງສະພາບພູມອາກາດທີ່ເກີດຈາກມະນຸດໄດ້ເຮັດໃຫ້ເກີດມີພາຍຸປະເພດຕ່າງໆທີ່ມີຄວາມຮຸນແຮງເພີ່ມຂຶ້ນ ແລະ ຄວາມຮຸນແຮງຂອງພາຍຸທີ່ເກີດຂຶ້ນແມ່ນສາເຫດອາດເນື່ອງມາຈາກໂລກຮ້ອນ. ນອກຈາກນີ້, ຍັງມີການລາຍງານສະພາບອາກາດຂອງຄະນະກໍາມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ພາຍໃຕ້ການເບິ່ງແຍງຂອງອົງກອນອຸຕຸນິຍົມວິທະຍາໂລກ (WMO) ແລະ ໂຄງສ້າງສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ເຫັນວ່າ ພາຍຸໄຊໂຄນລະດັບ 3-5 ເຊິ່ງຮຸນແຮງທີ່ສຸດທີ່ເກີດຂຶ້ນຕະຫຼອດໃນຊ່ວງໄລຍະ 40 ປີທີ່ຜ່ານມາ ເນື່ອງຈາກອຸນຫະພູມຂອງມະຫາສະໝຸດທີ່ອຸ່ນຂຶ້ນເລື້ອຍໆ.

ຜົນກະທົບອີກຢ່າງໜຶ່ງຂອງການປ່ຽນແປງສະພາບພູມອາກາດເປັນການປ່ຽນແປງທີ່ບໍ່ສາມາດກັບໄປແກ້ໄຂໄດ້ແລ້ວ ເປັນຕົ້ນແມ່ນລະດັບນໍ້າທະເລທີ່ເພີ່ມສູງຂຶ້ນ ຫຼື ການເປື່ອຍຂອງນໍ້າກ້ອນຢູ່ຂົ້ວໂລກ ເຖິງແມ່ນວ່າມະນຸດຈະພະຍາຍາມຄວາມຄຸມບໍ່ປ່ອຍມົນລະພິດກໍບໍ່ສາມາດເຮັດໃຫ້ສະພາບພູມອາກາດກັບມາເປັນຄືເກົ່າໄດ້.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...