spot_img
Homeຂ່າວທ້ອງຖິ່ນນັກລົງທຶນຈີນ ທຸ້ມ 800 ຕື້ກີບ ສ້າງເຂດສາທິດທີ່ທັນສະໄໝດ້ານກະສິກຳ ຢູ່ຈຳປາສັກ

ນັກລົງທຶນຈີນ ທຸ້ມ 800 ຕື້ກີບ ສ້າງເຂດສາທິດທີ່ທັນສະໄໝດ້ານກະສິກຳ ຢູ່ຈຳປາສັກ

Published on

20141027132937

 

ພິທີ​ວາງ​ສີ​ລາ​ເລີກ​ໂຄງການພັດທະນາ​ທີ່​ດິນ​ປູກຝັງ ແລະ ສູນຂົນສົ່ງ​ສິນຄ້າ​ສາທາລະນະຂອງ ບໍລິສັດ ລາວ​ເປີຍ​ຕ່າ​ຫວງ

​ພັດ​ທະນາ​ເຕັກ​ໂນ​ໂລ​ຊີ ​ດ້ານ​ກະສິກຳ ຈຳກັດ ໄດ້​ມີ​ຂຶ້ນ​ວັນ​ທີ 27 ຕຸລາ 2014 ຢູ່​ໂຄງການ​ດັ່ງກ່າວ (ບ້ານຝັງ​ແດງ ເມືອງ​ໂພນ

​ທອງ ແຂວງຈຳປາ​ສັກ) ໂດຍ​ມີ​ທ່ານ ​ດຣ. ບຸນຖອງ ດີ​ວິໄລ ເຈົ້າແຂວງ​ຈຳປາສັກ ທ່ານ ​ຊ່ຽນ​ປາຍ​ມົວ ປະທານ ບໍລິສັດ ​ລາວ​

ເປີຍ​ຕ່າ​ຫວງ​ ພັດ​ທະນາ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ ຈຳກັດ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

 

ໂຄງການ​ພັດທະນາ​ທີ່​ດິນ​ປູກຝັງ ແລະ ສູນ​ຂົນສົ່ງ​ສິນຄ້າ​ສາທາ​ລະນະ ມີ​ເນື້ອນ​ທີ່ 10.000 ເຮັກຕາ ​ຈະ​ສ້າງ​ເປັນ​ເຂດ​ສາທິດ

​ທີ່​ທັນ​ສະໄໝ​ທາງ​ດ້ານ​ກະສິກຳ​ ໂດຍ​ຖື​ເອົາ​ການ​ປູກ​ເຂົ້າ ແລະ ການລ້ຽງສັດ​ເປັນ​ຫຼັກ ໃນ​ນີ້​ ຈະ​ມີ​ການສ້າງຕັ້ງ​ໂຮງງານ​ປຸງ​

ແຕ່ງ​ເຂົ້າ​ທີ່ສາມາດ​ຜະລິດ​ໄດ້ 300.000 ໂຕນ​ຕໍ່​ປີ ການ​ລ້ຽງ​ງົວ ລ້ຽງ​ງົວໃຫ້​ນົມ​ປຸງ​ແຕ່ງ​ສະບຽງ​ອາຫານ ໝາກ​ໄມ້​ປອດ​

ສານພິດຕິດ​ພັນ​ກັບ​ການທ່ອງທ່ຽວ​ທາງ​ທຳ​ມະ​ຊາດ ແລະ ກິດຈະການ​ອື່ນໆ ເຊິ່ງ​ຈະນຳ​ໃຊ້​ທຶນ​ໃນ​ການ​ພັດທະນາ 100 ລ້ານ

​ໂດ​ລາ​ສະຫະລັດ ຫຼື ປະມານ 800 ຕື້​ກີບ​ໃນ​ນີ້​ພາຍ​ໃນ​ປີ 2014 ຈະ​ໃຫ້​ສຳເລັດ​ການ​ກະກຽມ​ທາງ​ດ້ານ​ທຶນ ພະນັກງານ ອຸປະ

ກອນ ເຄື່ອງ​ຈັກ​ວັດແທກ​ເນື້ອທີ່​ດິນ ແລະ ໜັງສື​ຂໍ​ອະນຸມັດ ສົກ​ປີ 2015-2016 ຈະ​ໃຫ້​ສຳເລັດ​ການບຸກເບີກ​ເນື້ອທີ່​ວາງ​

ແຜນການ​ປູກຝັງ ແລະ ກໍ່ສ້າງ​ຊົນລະປະທານ ຈາກ​ນັ້ນ ​ກໍ່​ຈະ​ເລີ່ມ​ດຳເນີນ​ກິດ​ຈະການ​ຂອງ​ໂຄງການ​ຕາມ​ລຳດັບ ເຊິ່ງ​

ພາຍຫຼັງ​ສຳເລັດ​ໂຄງການ​ນີ້ ຈະ​ສາມາດ​ຍົກ​ສູງ​ປະສິດທິພາບຜົນ​ຜະລິດ ພ້ອມ​ທັງ​ປັບປຸງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​

ໃຫ້​ດີຂຶ້ນ.

 

ທ່ານ ​ຊ່ຽນ​ປາຍ​ມົວ ໄດ້​ກ່າວວ່າ: ໂຄງການ​ນີ້​ເກີດ​ຂຶ້ນ​ໄດ້​ກໍ່ຍ້ອນ​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ຂອງ​ຜູ້ນຳ​ພັກ-ລັດ​ສອງ​ປະ

ເທດ​ລາວ-ຈີນ ໃນ​ນີ້​ ບໍລິສັດ​ພວກເຮົາ​ ຈະ​ນຳ​ເຂົ້າ​ຮູບ​ແບບ​ການ​ຜະລິດ ແລະ ບໍລິການ​ທີ່​ທັນ​ສະໄໝຂອງ​ເປີຍ​ຕ່າ​ຫວງ​ນຳ

​ໃຊ້​ການ​ບໍ​ລິຫານ ​ການ​ຮ່ວມ​ມື​ຫຼາຍ​ຮູບ​ແບບເພື່ອ​ຍົກ​ລະດັບ​ການ​ພັດທະນາທາງ​ດ້ານ​ກະສິກຳ ແລະ ການລ້ຽງສັດ ເພື່ອ​

ສ້າງ​ລາຍ​ຮັບ​ຂອງຊາວ​ກະສິກອນ​ໃຫ້​ສູງ​ຂຶ້ນ ພາຍຫຼັງ​ໂຄງການ​ດຳເນີນ​ໄປ​ເປັນ​ປົກກະຕິ​ແລ້ວ​ ພວກ​ເຮົາ​ຈະ​ເອົາ​ຜະລິດ​ຕະ​

ພັນ​ຢູ່​ບ່ອນ​ນີ້ ​ສົ່ງ​ອອກ​ສະໜອງ​ຜະລິດ​ຕະ​ພັນ​ເຂົ້າ ແລະ ຜະລິດ​ຕະ​ພັນ​ສັດ​ທີ່​ມີ​ເອກະລັກ​ສະເພາະ​ຂອງ​ລາວ ​ສູ່​ບັນດາ​ປະ

ເທດອາຊີ​ຕາເວັນ​ອອກສຽງ​ເໜືອ ລວມ​ທັງ ​ສປ ຈີນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...