Homeຂ່າວພາຍ​ໃນລາວກຽມຫັນລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ

ລາວກຽມຫັນລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ

Published on

ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຕົກລົງຮ່ວມມືກັນເພື່ອສຶກສາຄົ້ນຄວ້າ ການຫັນເປັນລັດຖະບານດີຈີຕອນ ແລະ ປັບປຸງຟອນພາສາລາວໃຫ້ສົມບູນ ຮອງຮັບການບໍລິການຕ່າງໆທີ່ຫັນເປັນທັນສະໄໝ ໂດຍສະເພາະ ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເປັນຕົ້ນ ການຄົ້ນຄວ້າພັດທະນາມາດຕະຖານລະບົບ Software/Program, Application ເພື່ອໃຫ້ບໍລິການທັງພາກລັດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນທົ່ວໄປ.

ພາກສ່ວນກ່ຽວຂ້ອງຍັງຈະໄດ້ສຶກສາຄົ້ນຄວ້າ ການພັດທະນາລະບົບທຸລະກຳ ແລະ ການຄ້າທາງເອເລັກໂຕຣນິກ (Digital Payment and Commerce Platform) ເພື່ອເຊື່ອມໂຍງກັບລະບົບລັດຖະບານດິຈິຕອນ ແລະ ລະບົບລາຍເຊັນເອເລັກໂຕຣນິກ (e-Signature Platform) ເພື່ອສົ່ງເສີມການບໍລິຫານ ແລະ ບໍລິການລັດ ໃຫ້ທັນສະໄໝແລະ ຍັງຈະໄດ້ສຸມໃສ່ການຍົກລະດັບຄວາມຮູ້ຂອງພະນັກງານ ລັດຖະກອນ ທາງດ້ານເຕັກໂນໂລຊີດິຈິຕອນ ແລະ ອື່ນໆ ເພື່ອຮອງຮັບໃຫ້ກັບວຽກງານ ການຫັນເປັນລັດຖະບານດິຈິຕອນຂອງ ສປປ ລາວ ໂດຍໃຫ້ສອດຄ່ອງກັບແຜນພັດທະນາການຫັນເປັນລັດຖະບານດິຈີຕອນໃນປັດຈຸບັນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຈັດຂຶ້ນໃນວັນທີ 20 ສິງຫາຜ່ານມາ, ເຂົ້າຮ່ວມລົງນາມຄັ້ງນີ້ ມີທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕນິກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ລີວ ແມ໋ງ ຮ່າ (Mr. Luu Manh Ha) ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ມູນຈາກ: Unitel Lao

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...