spot_img
Homeຂ່າວປະຫວັດສາດລະນຶກເຖິງ 23 ສິງຫາ ວັນຍຶດອຳນາດທົ່ວປະເທດ ໝັ້ນຢືນ!

ລະນຶກເຖິງ 23 ສິງຫາ ວັນຍຶດອຳນາດທົ່ວປະເທດ ໝັ້ນຢືນ!

Published on

ໃນປະຫວັດສາດຍຸກໃໝ່ແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການຍຶດອຳນາດຈາກສັດຕູ ແລະ ລູກແຫຼ່ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນເຖິງ 2 ຄັ້ງຄື:

  • ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ
  • ຄັ້ງທີສອງວັນທີ 23 ສິງຫາ 1975.

ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສໍາຄັນທາງປະຫວັດສາດຂອງຊາດລາວເຮົາ ທີ່ໄດ້ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ພິລະອາດຫານຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດ ຮັກບ້ານເກີດເມືອງນອນ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ “ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ”

ວັນທີ 23 ສິງຫາ ແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຍຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ.

ພ້ອມກັນນັ້ນ, ກໍ່ແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂຶ້ນຈາກສະພາບແວດລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຍຶດອຳນາດມາມືປະຊາຊົນກໍ່ຄືກຳລັງປະຕິວັດ ເຊິ່ງທ່ານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: “ນີ້ເປັນເທື່ອທໍາອິດ ທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງພາຍຫຼັງ 100 ກວ່າປີ ທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ”.

ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ສັງກາດໃໝ່ ເປັນສັງກາດທີ່ປະຊາຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ຕ້ານເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ. ເຖິງວ່າການຍຶດອຳນາດໃນວັນທີ 23 ສິງຫາ 1945 ບໍ່ໄດ້ນໍາໄປສູ່ການສ້າງຕັ້ງອໍານາດການປົກຄອງໃໝ່ຂອງປະຊາຊົນຂື້ນກໍ່ຕາມ, ແຕ່ກໍ່ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດລາວເຮົາຕະຫຼອດໄປ.

ພາຍຫຼັງການຍຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດມື້ພວກລ່າເມືອງຂຶ້ນຝຣັ່ງກໍ່ໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຍຶດຄອງປະເທດເຮົາເປັນຫົວເມືອງຂື້ນອີກເທື່ອໃໝ່. ຈາກນັ້ນມາປະຊາຊົນລາວຈຳຕ້ອງໄດ້ດຳເນີນການຕໍ່ສູ້ຢ່າງລະອິດລະອ້ຽວຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕ້ານກັບລັດທິລ່າເມືອງຂື້ນແບບເກົ່າ, ແບບໃໝ່ ແລະ ອິດທິກຳລັງປະຕິການທີ່ເປັນຕີນມືຂອງພວກເຂົາ.

ເມື່ອພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຫວຽດນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ປີ 1975, ໂດຍກຳແໜ້ນກາລະໂອກາດພັນປີມີເທື່ອໜຶ່ງພັກເຮົາໄດ້ປະຕິບັດຍຸດທະສາດ 3 ບາດຄ້ອນ ດໍາເນີນການຍຶດອຳນາດໂດຍສັນຕິວິທີແບບ “ບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ້ນ, ແຕ່ຈັບປາໄດ້ທັງໝົດ”, ພາຍຫຼັງທີ່ປະຊາຊົນຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດໄດ້ລຸກຮື້ຂຶ້ນຍຶດອຳນາດ ແລະ ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ.

ການຍຶດອຳນາດຢູ່ນະຄອນຫຼວງວຽງຈັນ ແມ່ນການຍຶດເອົາສູນກາງການປົກຄອງ ແລະ ສູນກາງບັນຊາຂອງອຳນາດການປົກຄອງລາຊະອານາຈັກ, ເຮັດໃຫ້ກົນໄກ ແລະ ກົງຈັກແຫ່ງສິດອຳນາດຂອງລະບອບສັກດີນາ – ເຄິ່ງຫົວເມືອງຂື້ນຖືກທັບມ້າງ ແລະ ສິ້ນສຸດລົງຢ່າງສິ້ນເຊີງ.

ວັນທີ 23 ສິງຫາ 1975 ໄດ້ເປັນເຫດການສໍາຄັນທາງປະຫວັດສາດ ແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມະນະຈິດປະຕິວັດຂອງຊາວນະຄອນຫຼວງ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ.

ວັນຍຶດອຳນາດ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອໍານວຍ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດີນາ – ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975.

ສະນັ້ນ, ຈຶ່ງເວົ້າໄດ້ວ່າວັນຍຶດອຳນາດ 23 ສິງຫາ 1975 ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຕີຕໍ່ສູ້ພິລະອາດຫານຂອງຊາດລາວ – ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...