spot_img
Homeຂ່າວຕ່າງປະເທດມື້ດຽວ! ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ເຖິງ 10,639 ຄົນ

ມື້ດຽວ! ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ເຖິງ 10,639 ຄົນ

Published on

ເວັບໄຊ VN Express ລາຍງານໃນວັນທີ 19 ສິງຫາມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຫວຽດນາມສູງເຖິງ 10,639 ຄົນ ຖືເປັນມື້ຂອງການຕິດເຊື້ອໃໝ່ສູງສຸດເທົ່າທີ່ເຄີຍມີມາ ນັບແຕ່ເລີ່ມມີການລະບາດຂອງໄວຣັສໂຄໂຣນາພາຍໃນປະເທດ.

ພື້ນທີ່ 3 ແຫ່ງທີ່ໄດ້ລາຍງານຍອດຜູ້ຕິດເຊື້ອສູງສຸດ ໄດ້ແກ່ ໂຮຈີມິນ 4,425 ຄົນ, ບິ້ງເຊືອງ 3,255 ຄົນ ແລະ ດົງນາຍ 657 ຄົນ ເຊິ່ງປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອໂຄວິດລວມທັງໝົດ 312,611 ຄົນ, ເສຍຊີວິດ 380 ຄົນ, ແລະ ປິ່ນປົວຫາຍດີ 120,059 ຄົນ.

ປະຊາຊົນຫວຽດນາມປະມານ 16 ລ້ານຄົນໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ່ໜຶ່ງ, ຂະນະທີ່ 1.5 ລ້ານຄົນໄດ້ຮັບວັກຊີນຄົບທັງສອງເຂັມ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...