Homeຂ່າວຕ່າງປະເທດໄຮຕິພົບຜູ້ເສຍຊີວິດ ຫຼາຍກວ່າ 1,400 ສົບແລ້ວມື້ນີ້

ໄຮຕິພົບຜູ້ເສຍຊີວິດ ຫຼາຍກວ່າ 1,400 ສົບແລ້ວມື້ນີ້

Published on

ສໍານັກຂ່າວ CNN ລາຍງານວ່າ ວັນທີ 17 ສິງຫາ 2021 ຈໍານວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຮຸນແຮງລະດັບ 7.2 ແມກນິຈູດ ຢູ່ທີ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດໄຮຕິ ເພີ່ມຂຶ້ນ 1,419 ສົບແລ້ວ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 6,900 ຄົນ ໃນຂະນະທີ່ປະຕິບັດໜ້າທີ່ ກູ້ໄພໄດ້ພະເຊີນອຸປະສັກການຂາດແຄນຊັບພະຍາກອນ ແລະ ຝົນຕົກໜັກ ເຮັດໃຫ້ດິນເຈື່ອນລົງມາກີດຂວາງຫຼາຍເສັ້ນທາງ.

ຕາມການເປີດເຜີຍຂອງອົງກອນ ຢູນິເຊບ ແຜ່ນດິນໄຫວດັ່ງກ່າວ ສົ່ງຜົນກະທົບຕໍ່ປະຊາຊົນໄຮຕິ ຫຼາຍເຖິງ 1,2 ລ້ານຄົນ ໂດຍໃນຈໍານວນນີ້ເປັນເດັກນ້ອຍຫຼາຍເຖິງ 540,000 ຄົນ ຂະນະທີ່ພາຍຸຮ້ອນໄດ້ພັດຜ່ານເຂົ້າມາທີ່ພາກຕາເວັນຕົກຂອງໄຮຕິ ໃນວັນທີ 16 ສິງຫາທີ່ຜ່ານມາ ເຮັດໃຫ້ປະຊາຊົນເຂົ້າເຖິງ ນໍ້າສະອາດ ແລະ ບ່ອນຫຼົບໄພ ໄດ້ຍາກຂຶ້ນອີກ.

ບຣູໂນ ມາສ ຜູ້ແທນຍູນິເຊບປະຈໍາເຮຕິ ກ່າວວ່າ ຕອນນີ້ປະຊາກອນໄຮຕິນັບບໍ່ຖ້ວນທີ່ສູນເສຍທຸກຢ່າງຍ້ອນແຜ່ນດິນໄຫວ ແລະ ກໍາລັງໃຊ້ຊີວິດຢ່າງລໍາບາກ ເນື່ອງຈາກນໍ້າຖ້ວມໜັກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...