spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືບໜ້າເກືອບ 94% ພ້ອມຈະເປີດໃຊ້ໃນເດືອນທັນວາປີນີ້

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືບໜ້າເກືອບ 94% ພ້ອມຈະເປີດໃຊ້ໃນເດືອນທັນວາປີນີ້

Published on

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນປັດຈຸບັນສໍາເລັດໂດຍລວມແລ້ວ 93,82% ເຊິ່ງໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ ຄື: ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຊ່ວງທີ 1 (409 ກິໂລແມັດ) ປະຕິບັດສໍາເລັດ 99,90% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ຂະນະທີ່ການຈັດຕັ້ງປະຕິບັດໂຄງການຊ່ວງທີ 2 (17 ກິໂລແມັດ) ປະຕິບັດສໍາເລັດ 92% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ກ່າວໃນກອງປະຊຸມຄົບຄະນະຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 10 ທີ່ຈັດຂຶ້ນໃນວັນທີ 11 ສິງຫາ 2021 ທີ່ນະຄອນຫລວງວຽງຈັນວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບ ລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ, ເປັນໂຄງການທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້.

ທ່ານ ວັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນຫາສະຖານີວຽງຈັນໃຕ້ (ທ່ານາແລ້ງ) ມາຮອດວັນທີ 25 ກໍລະກົດ 2021 ສໍາເລັດແລ້ວ 93,82% ເຊິ່ງຍັງມີບາງບັນຫາທີ່ຍັງຄ້າງຄາເຊັ່ນ: ການຈັດຕັ້ງປະຕິບັດການຊົດເຊີຍໃຫ້ຜູ້ທີ່ຖືກຜົນກະທົບ; ສືບຕໍ່ການແກ້ໄຂບັນຫາຈຸດຕັດກັນ ລະຫວ່າງ ທາງລົດໄຟ ຕັດກັບທາງຫຼວງ, ທາງລອດ, ທາງເວັ້ນ ແລະ ທາງສ້າງຂຶ້ນໃໝ່, ຊຶ່ງມີຫຼາຍຈຸດຍັງບໍ່ທັນໄດ້ຮັບການແກ້ໄຂ.

ພ້ອມກັນນີ້, ກໍເພື່ອຊຸກຍູ້ການກໍ່ສ້າງບ້ານຈັດສັນ 4 ບ້ານໃຫ້ສໍາເລັດ ພາຍໃນທ້າຍເດືອນຕຸລາ 2021; ການຈັດຕັ້ງປະຕິບັດ 5 ໜ້າວຽກສິ່ງອໍານວຍຄວາມສະດວກ ເຊື່ອມຕໍ່ເຂົ້າສະຖານີລົດໄຟ ລາວ-ຈີນ ເຊັ່ນ: ການສະໜອງໄຟຟ້າ, ນໍ້າປະປາ ໃຫ້ສະຖານີລົດໄຟພາຍໃນທ້າຍເດືອນກັນຍາ 2021, ການກໍ່ສ້າງເສັ້ນທາງເຂົ້າສະຖານີ ແລະ ການສະໜອງສິ່ງອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ຢູ່ດ່ານໃຫ້ສໍາເລັດ ໃນກາງເດືອນພະຈິກ 2021 ແລະ ບັນຫາອື່ນໆ ກ່ອນການເປີດນໍາໃຊ້ຢ່າງເປັນທາງການ.

ຂໍ້ມູນຈາກ: ໜັງສືພິມປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...