Homeຂ່າວຕ່າງປະເທດແຜ່ນດິນໄຫວຂະໜາດ 7.2 ຣິກເຕີ ໃນໄຮຕິ ຂ້າຊີວິດຄົນ 300 ກວ່າລາຍ

ແຜ່ນດິນໄຫວຂະໜາດ 7.2 ຣິກເຕີ ໃນໄຮຕິ ຂ້າຊີວິດຄົນ 300 ກວ່າລາຍ

Published on

ເວັບໄຊ The Daily Star ລາຍງານ: ເຫດການແຜ່ນດິນໄຫວຄັ້ງໃຫຍ່ ຂະໜາດ 7.2 ຣິກເຕີທີ່ເກີດຂຶ້ນ ຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດໄຮຕິ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 304 ລາຍ, ບາດເຈັບຫຼາຍຮ້ອຍຄົນ ຂະນະທີ່ບ້ານເຮືອນ, ໂຮງແຮມ, ໂຮງຮຽນ ແລະ ໂບດຫຼາຍຫຼັງຖືກທຳລາຍກາຍເປັນຊາກຫັກພັງ.

ສູນກາງແຜ່ນດິນໄຫວຂະໜາດ 7.2 ຣິກເຕີ, ມີຄວາມເລິກ 10 ກິໂລແມັດ ຕາມດ້ວຍອາຟເຕີຊັອກຕໍ່ເນື່ອງຫຼາຍຄັ້ງ ເກີດຂຶ້ນໃນວັນທີ 14 ສິງຫາ ທີ່ເຂດເມືອງ ເປຕິ ຕຣູ ເດິ ນິບ (Petit Trou de Nippes) ຫ່າງຈາກ ປັອກ​ໂຕ​ແປຼງ (Port-au-Prince) ເມືອງຫຼວງຂອງປະເທດໄຮຕິ ປະມານ 150 ກິໂລແມັດ. ເຫດການດັ່ງກ່າວມີລາຍງານຜູ້ເສຍຊີວິດ 304 ລາຍ, ບາດເຈັບ 1.800 ກວ່າຄົນ ພ້ອມມີຜູ້ສູນຫາຍເປັນຈຳນວນຫຼາຍ ແລະບ້ານເຮືອນ, ອາຄານຕ່າງໆເກືອບໜຶ່ງພັນຫຼັງຖືກທຳລາຍ ຂະນະທີ່ທີມງານກູ້ໄພໄດ້ເລັ່ງຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຕາມຊາກຫັກພັງ ແລະລັດຖະບານໄຮຕິກໍໄດ້ປະກາດພາວະສຸກເສີນເປັນເວລາ 1 ເດືອນເພື່ອສຳຫຼວດຄວາມເສຍຫາຍຈາກເຫດການທີ່ເກີດຂຶ້ນ.

ເຈົ້າໜ້າທີ່ໜ່ວຍງານສຳຫຼວດທໍລະນີສາດກ່າວວ່າ ປະຊາຊົນຈຳນວນຫຼາຍມີຄວາມສ່ຽງທີ່ຈະປະເຊີນກັບເຫດການດິນເຈື່ອນ ພ້ອມກ່າວເຕືອນວ່າພະຍຸໝູນເຂດຮ້ອນຈະຖະຫຼົ່ມໄຮຕິໃນອາທິດໜ້າ ເຊິ່ງຈະເຮັດໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ ອັນຈະເປັນຜົນເຮັດໃຫ້ການຊ່ວຍເຫຼືອຜູ້ເຄາະຮ້າຍຈາກເຫດການແຜ່ນດິນໄຫວພົບຄວາມຫຍຸ້ງຍາກຕື່ມອີກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...