Homeຂ່າວຕ່າງປະເທດຜົນວິໄຈວັກຊີນ Moderna ມີປະສິດທິພາບທີ່ດີກວ່າວັກຊີນ Pfizer

ຜົນວິໄຈວັກຊີນ Moderna ມີປະສິດທິພາບທີ່ດີກວ່າວັກຊີນ Pfizer

Published on

ວັນທີ 11 ກໍລະກົດ 2021 ເວັບໄຊ້ Post Today ໄດ້ລາຍງານວ່າ ຜົນຈາກການວິໄຈຂອງວັກຊີນ Moderna ແລະ Pfizer ໄດ້ຖືກເຜີຍແຜ່ໃນເອກະສານວິຊາການອອນລາຍ medRxiv ກ່ອນທີ່ຜູ້ຊ່ຽວຊານຈະພິຈາລະນາ (peer review) ແລະເຫັນວ່າ ວັກຊີນປ້ອງກັນໂຄວິດ-19 ຂອງ Moderna ມີປະສິດທິພາບປ້ອງກັນ ໂຄວິດ-19 ສາຍພັນເດວຕ້າໄດ້ດີກວ່າວັກຊີນ Pfizer.

ຜົນວິໄຈຈາກຜູ້ປ່ວຍ 50,000 ຄົນ ຂອງສູນການແພດມາໂຍຂອງສະຫະລັດເຫັນວ່າ ປະສິດທິພາບຂອງວັກຊີນ Moderna ຕໍ່ເຊື້ອຫຼຸດລົງເຫຼືອ 76% ໃນເດືອນກໍລະກົດ ເຊິ່ງເປັນຊ່ວງທີ່ສາຍພັນເດວຕ້າເປັນສາຍພັນຫຼັກທີ່ລະບາດ ຈາກທີ່ມີປະສິດທິພາບ 86% ໃນຊ່ວງຕົ້ນປີ 2021 ເຊິ່ງໃນຊ່ວງດຽວກັນ ປະສິດທິພາບຂອງວັກຊີນ Pfizer ຫຼຸດລົງເຫຼືອ 42% ຈາກ 76%.

ຂະນະທີ່ງານວິໄຈອີກຊັ້ນໜຶ່ງເຫັນວ່າ ຜູ້ສູງອາຍຸໃນບ້ານຄົນຜູ້ສູງອາຍຸໃນລັດອອນແທຣິຂອງການາດາທີ່ໄດ້ຮັບວັກຊີນຂອງ Moderna ສ້າງພູມຄຸ້ມກັນທີ່ດີ ໂດຍສະເພາະຕໍ່ກັບສາຍພັນທີ່ອັນຕະລາຍທີ່ສຸດ ຫຼາຍກວ່າຜູ້ທີ່ໄດ້ຮັບວັກຊີນຂອງ Pfizer

 

ການຕິດເຊື້ອພາຍຫຼັງໄດ້ຮັບວັກຊີນ ມີໂອກາດເກີດຂຶ້ນຫຼັງຈາກຜ່ານໄປຫຼາຍເດືອນ ຫຼັງໄດ້ຮັບວັກຊີນ ຂໍ້ມູນໃໝ່ລະບຸວ່າ ຜູ້ທີ່ໄດ້ຮັບວັກຊີນຂອງ Pfizer ເຂັມທີ່ 2 ແລ້ວເມື່ອ 5 ເດືອນກ່ອນ ຫຼື ຫຼາຍກວ່ານັ້ນມີໂອກາດຕິດເຊື້ອ Covid-19 ຫຼາຍກວ່າຜູ້ທີ່ໄດ້ຮັບວັກຊີນຄົບໂດລແລ້ວບໍ່ເກີນ 5 ເດືອນ.

ສ່ວນໃນກຸ່ມອາຍຸຫຼາຍກວ່າ 60 ປີ ໂອກາດທີ່ຈະຕິດເຊື້ອພາຍຫຼັງໄດ້ຮັບວັກຊີນແມ່ນສູງກວ່າ 3 ເທົ່າ ເມື່ອໄດ້ຮັບວັກຊີນເຂັມສຸດທ້າຍມາແລ້ວຢ່າງໜ້ອຍ 146 ມື້ ໂດຍການຕິດເຊື້ອສ່ວນໃຫຍ່ແມ່ນ ໄດ້ກວດເຫັນຢູ່ໃນຊ່ວງທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...