Homeຂ່າວຕ່າງປະເທດນິວຊີແລນ ກຽມເປີດຮັບນັກທ່ຽວທ່ຽວຜູ້ສັກວັກຊີນຄົບຈາກເຂດທີ່ມີການລະບາດຕໍ່າເຂົ້າປະເທດຕົ້ນປີໜ້າ

ນິວຊີແລນ ກຽມເປີດຮັບນັກທ່ຽວທ່ຽວຜູ້ສັກວັກຊີນຄົບຈາກເຂດທີ່ມີການລະບາດຕໍ່າເຂົ້າປະເທດຕົ້ນປີໜ້າ

Published on

ສຳນັກຂ່າວ Reuters ລາຍງານວ່າ: ນິວຊີແລນ (New Zealand) ວາງແຜນຈະອະນຸຍາດໃຫ້ນັກທ່ອງທ່ຽວຜູ້ທີ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກປະເທດທີ່ມີການລະບາດຕໍ່າ ສາມາດເດີນທາງເຂົ້າປະເທດໄດ້ປັດສະຈາກການກັກໂຕ, ເຊິ່ງແຜນການດັ່ງກ່າວ ຄາດວ່າຈະເລີ່ມປະຕິບັດຢ່າງເປັນຮູບປະທຳໃນຕົ້ນປີໜ້າ.

ທ່ານ ນາງ ຈາຊິນດາ ອາຣ໌ເດີນ (Jacinda Ardern), ນາຍົກລັດຖະມົນຕີນິວຊີແລນ ກ່າວວ່າ: ນັກທ່ອງທ່ຽວຜູ້ສັກວັກຊີນຄົບທີ່ເດີນທາງຈາກປະເທດທີ່ມີການລະບາດຂອງໂຄວິດ-19 ຂ້ອນຂ້າງຕໍ່າ ແມ່ນຈະບໍ່ມີການກັກໂຕແຕ່ຢ່າງໃດ, ສ່ວນນັກເດີນທາງຈາກປະເທດທີ່ມີຄວາມສ່ຽງລະດັບປານກາງຫາສູງ ຈະຕ້ອງປະຕິບັດຕາມມາດຕະການປ້ອງກັນໂຄວິດທີ່ຄະນະສະເພາະກິດນູແວນເຊລັງວາງອອກ ໂດຍສະເພາະຕ້ອງໄດ້ກັກໂຕຄົບ 14 ວັນດພື່ອຕິດຕາມອາການ.

“ພວກເຮົາຍັງບໍ່ທັນເວົ້າໄດ້ວ່າຈະເປີດປະເທດໃໝ່ໄດ້ເຕັມຮ້ອຍ ເນື່ອງຈາກຈະຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ພ້ອມທັງກວດກາຕິດຕາມການເດີນທາງຂອງນັກທ່ອງທ່ຽວໃຫ້ລະອຽດຮອບຄອບ ເພື່ອຫຼີກລ່ຽງໄພອັນຕະລາຍທີ່ອາດຈະເກີດຂຶ້ນຕໍ່ປະເທດ ກໍຄືພົນລະເມືອງຂອງພວກເຮົາ.” ທ່ານ ນາງ ອາຣ໌ເດີນ ກ່າວ.

ຢ່າງໃດກໍຕາມ, ທ່ານນາຍົກຍິງຄົນນີ້ກໍໄດ້ຮັບການຍົກຍ້ອງຈາກທົ່ວໂລກໃນດ້ານການຄວບຄຸມການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດນູແວນເຊລັງ ຜ່ານການຈັດຕັ້ງປະຕິບັດມາດຕະການສະກັດກັ້ນທີ່ເຂັ້ມງວດ ຂະນະທີ່ປະເທດດັ່ງກ່າວມີລາຍງານຜູ້ຕິດເຊື້ອໂຄວິດພຽງ 2.500 ຄົນ, ມີຜູ້ເສຍຊີວິດ 26 ຄົນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...