spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 10 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 10 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 8.876 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 315 ຄົນ, ເສຍຊີວິດສະສົມທັງໝົດ 08 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.240 ຄົນ.

ໃນວັນທີ 09 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 3.345 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 315 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 14 ຄົນຈາກ ແຂວງ ນະຄອນຫຼວງ 03 ຄົນ, ບໍ່ແກ້ວ 08 ຄົນ ແລະ ຄໍາມ່ວນ 03 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 301 ຄົນ ຈາກ ນະຄອນຫລວງວຽງຈັນ 39 ຄົນ, ຄໍາມ່ວນ 69 ຄົນ, ສະຫວັນນະເຂດ 77 ຄົນ, ຈໍາປາສັກ 43 ຄົນ, ສາລະວັນ 64 ຄົນ, ວຽງຈັນ 07 ຄົນ ແລະ ຫຼວງພະບາງ 02 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ 03 ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

  • ປະຫວັດຂອງຜູ້ຕິດເຊື້ອໃນຊຸມຊົນ 02 ຄົນ ໃນວັນທີ 09 ສິງຫາ 2021 ຈາກນະຄອນຫຼວງ ມີລາຍລະອຽດດັ່ງນີ້:
    ຜູ້ທີ 1 : ເພດຊາຍ ອາຍຸ 32 ປີ​ ອາຊີບ: ພະນັກງານແພດປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜູ້ກ່ຽວສັກວັກຊີນ ຄົບ 2 ເຂັມ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ນັບແຕ່ວັນທີ 26 ກໍລະກົດ ຮອດ ວັນທີ 7 ສິງຫາ 2021 ເຮັດໜ້າທີ່ຕິດຕາມສຸຂະພາບຂອງແຮງງານ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ ເຊິ່ງຜູ້ກ່ຽວບໍ່ມີອາການສະແດງຫຍັງ. ໃນວັນທີ 7 ສິງຫາ 2021 ໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອໂຄວິດ-19 ໃນວັນທີ 9 ສິງຫາ 2021. ຜູ້ສຳຜັດໃກ້ຊິດ ມີ 11​ ຄົນ.
  • ຜູ້ທີ 2 : ເພດຊາຍ ອາຍຸ 42 ປີ ອາຊີບ: ພະນັກງານ ປກສ ປະຈຳຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ ຢູ່ບ້ານອາມອນ​ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜູ້ກ່ຽວບໍ່ມີພະຍາດປະຈຳໂຕ, ສຸຂະພາບແຂງແຮງ, ບໍ່ມີອາການສະແດງ ແລະ ບໍ່ໄດ້ຮັບວັກຊິນ. ໃນໄລຍະປະຕິບັດວຽກງານຢູ່ສູນຈຳກັດບໍລິເວນ ແມ່ນເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຊ່ວຍຢາຍອາຫານໃຫ້ແຮງງານ. ໃນວັນທີ 30 ກໍລະກົດ 2021 ໄດ້ເກັບຕົວຢ່າງກວດ (ບໍ່ພົບເຊື້ອ) ແລະ ໃນວັນທີ 7 ສິງຫາ 2021 ເກັບຕົວຢ່າງກວດຄັ້ງທີ 2 ຜົນກວດ ແມ່ນພົບເຊື້ອໂຄວິດ-19. ຜູ້ສຳຜັດໃກ້ຊິດ ມີ 8 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...