spot_img
Homeຂ່າວຕ່າງປະເທດຂົວທາວເວີ ໃນລອນດອນເປີດຄ້າງ ຍ້ອນຄວາມຜິດພາດທາງເຕັກນິກ

ຂົວທາວເວີ ໃນລອນດອນເປີດຄ້າງ ຍ້ອນຄວາມຜິດພາດທາງເຕັກນິກ

Published on

ສຳນັກຂ່າວ CNN ລາຍງານ: ເນື່ອງຈາກເກີດຄວາມຜິດພາດທາງເຕັກນິກ ເຮັດໃຫ້ຂົວທາວເວີ (Tower Bridge) ເຊິ່ງເປັນສະຖານທີ່ສຳຄັນລະດັບໂລກ ໃນລອນດອນຕ້ອງຢຸດສະຫງັກໃນທ່າຕັ້ງສາກພາຍຫຼັງເປີດໃຫ້ເຮືອສູງລອດຂ້າມ ໃນຊ່ວງຕອນບ່າຍມື້ວານນີ້ ເຮັດໃຫ້ລົດ ລວມທັງຄົນຍ່າງ ບໍ່ສາມາດເດີນທາງໄປຟາກກົງກັນຂ້າມໄດ້.

ຄວາມຜິດພາດທາງເຕັກນິກ ເຮັດໃຫ້ຈຸດເປີດ-ປິດຂອງຂົວທາວເວີບຣິດຈ໌ທ ເຊິ່ງເປັນສ່ວນທີ່ສາມາດເຄື່ອນຍ້າຍເສັ້ນທາງພາຍໃນຂົວມີປັນຫາ ເພາະຈຸດດັ່ງກ່າວສາມາດຍົກຂຶ້ນ ແລະ ລົດລົງໄດ້ ໂດຍໃຊ້ເຄື່ອງຈັກຖ່ວງນໍ້າໜັກ ເຖິງແມ່ນຈະມີການເປີດປິດເຖິງ 800 ຄັ້ງຕໍ່ປີ, ແຕ່ຄວາມຜິດພາດຄັ້ງນີ້ ເຮັດໃຫ້ເກີດການຈະລາຈອນຕິດຂັດເປັນເວລາຫຼາຍຊົ່ວໂມງ ເນື່ອງຈາກລົດບໍ່ສາມາດຂ້າມຂົວເພື່ອໄປຍັງຟາກກົງກັນຂ້າມໄດ້.

ຂົວທາວເວີບຣິດຈ໌ ສ້າງສຳເລັດໃນປີ 1894, ຖືເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນລອນດອນ ແລະ ນັກທ່ອງທ່ຽວສາມາດຍ່າງຫຼິ້ນຕາມທາງຍ່າງທີ່ເຊື່ອມຕໍ່ລະຫວ່າງຫໍຄອຍທັງສອງຂ້າງ. ຢ່າງໃດກໍຕາມ, ໃນຊ່ວງເດືອນສິງຫາຂອງປີກາຍ ຂົວແຫ່ງດັ່ງກ່າວກໍພົບປັນຫາຕິດຄ້າງໃນລັກສະນະດຽວກັນກັບປີນີ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...