“ກຣິງງງງງ….! ກຣິງງງງງ…..! ກຣິງງງງງ….!”
“ອາໂຫຼ, ສະບາຍດີ !!”
“ນີ້ແມ່ນເບີໂທຂອງອ້າຍຄຳປ່ອຍບໍນໍ່ ?…” ສຽງຈາກຕົ້ນທາງທີ່ເປັນສຽງຜູ້ຍິງໄວກາງຄົນ
“ແມ່ນແລ້ວ!! ມີຫຍັງບໍນໍ່ ??”
“ຄັນບໍ່ມີກະບໍ່ໂທຫາລະນໍ່ !” ສຽງຈາກຕົ້ນທາງຕອບມາແບບສ້າງຄວາມສົນໃຈ ກ່ອນຈະແຖມທ້າຍດ້ວຍຫຼາຍປະໂຫຍກ “ຂອງທີ່ອ້າຍສັ່ງນັ້ນໄດ້ແລ້ວເດີ, ຢູ່ບ່ອນເກົ່ານີ້ລະ ໄດ້ພົບແລ້ວຈະຄິດວ່າ ຝັນໄດ້ນອນນຳເທວະດາພຸ້ນລະໄປ໋!!”
“ແມ່ນແທ້ຫວ໋າ ຢາກໄດ້ຂອງດີແບບນັ້ນລະ !! ທໍ່ໃດບໍ່ວ່າກັນ !!”
ມັນເປັນປົກກະຕິຂອງຄຳປ່ອຍທີ່ມັກຈະມີໂທລະສັບ ມາຫາແລ້ວອອກຈາກເຮືອນໄປໃນເວລາກາງຄ່ຳຍາມຄືນ ໂດຍມັກຈະບອກຄອບຄົວວ່າໄປລົມວຽກນຳໝູ່. ມື້ນີ້ກໍເຊັ່ນດຽວກັນ,ຄຳປ່ອຍຂີ່ລົດອອກຈາກເຮືອນ ມຸ່ງໜ້າໄປຍັງສະຖານທີ່ທີ່ຕົ້ນສາຍໂທລະສັບໄດ້ບອກ.
“ຖ້າຢູ່ເທິງແລ້ວອ້າຍ !!” ພະນັກງານຜູ້ໄຂປະຕູໂຮງແຮມໄດ້ຊຶ່ມບອກຄ່ອຍໆ ປະມານວ່າພະນັກງານທີ່ເຮັດວຽກປະຈຳຢູ່ໂຮງແຮມຫຼູ ແຫ່ງນີ້ຮູ້ຈັກມັກຄຸ້ນກັບຄຳປ່ອຍເກືອບໝົດທຸກຄົນ, ຄົງຈະເປັນຍ້ອນວ່າຄຳປ່ອຍເປັນລູກຄ້າຂາປະຈຳ ທັງຍັງເປັນອ້າຍເຊ່ຍໃຈດີທີ່ມັກຈະແຈກເງິນທິບ ຫຼືບາງເທ່ືອກໍຊື້ເຂົ້າໜົມມາແຈກຢູ່ເລື້ອຍໆ.
ຄຳປ່ອຍໂອ້ລົມກັບພະນັກງານຢູ່ບ່ອນຕ້ອນຮັບບໍ່ດົນ ກໍເຂົ້າໄປໃນລິບເພື່ອຂຶ້ນໄປຫາຫ້ອງພັກພິເສດໃນຊັ້ນສາມ ຂອງໂຮງແຮມທີ່ຖືກຈັດກຽມໄວ້ຄອຍຖ້າດ້ວຍລາຄາຂາ ປະຈຳບໍ່ເຖິງຫ້າຮ້ອຍໂດລາສະຫະລັດຕໍ່ຄືນ. ຄຳປ່ອຍທັງຍ່າງກົງໄປຍັງຫ້ອງທີ່ໝາຍ ທັງເອົາມືລູບໜ້າເອິກຂ້າງຊ້າຍຂອງຕົນເອງ, ສ່ວນໃບໜ້າກໍຍິ້ມແຍ້ມດີໃຈປານວ່າ ເພິ່ນກຳລັງຍ່າງໄປຕາມເສັ້ນທາງສູ່ສະຫວັນຊັ້ນຟ້າ. ໃນໃຈຄຳປ່ອຍຄົງກຳລັງຄິດຢາກເຫັນໜ້າຜູ້ທີ່ມີ ຮູບໂສມປະນົມພັນປຽບດັ່ງເທວະດາຕາມທີ່ມີຄົນບອກມາ.
ຄຳປ່ອຍເປີດປະຕູຫ້ອງເຂົ້າໄປດ້ວຍຫົວໃຈທີ່ເຕັ້ນແຮງ ຜິດປົກກະຕິເມື່ອພົບກັບຍິງສາວທີ່ມີຜິວພັນຂາວຜ່ອງ, ເນື້ອກາຍລຽບນຽນ, ປ່ອຍມວຍຜົມລົງທາງຫຼັງ ທ່າມກາງແສງໄຟຫົວຕຽງລິບລີ່ ເຮັດໃຫ້ເບິ່ງທ່າໃດກໍງາມໄປໝົດ.
“ສະບາຍດີຄົນງາມ…” ຄຳທັກທາຍທຳອິດຂອງຄຳປ່ອຍ
“ໂດຍ !…” ຍິງສາວຂານຕອບສັ້ນໆດ້ວຍນ້ຳສຽງສຸພາບ ກ່ອນຄຳປ່ອຍຈະໄປນັ່ງລົງຂ້າງໆ
“ເປັນຫຍັງນ້ອງບໍ່ເປີດໄຟໃຫ້ມັນຮຸ່ງລະ?..”
“ອຸ້ຍ!… ຮຸ່ງສ່ຳນີ້ລະນ້ອງມັກ ແຈ້ງຫຼາຍກະອາຍຕົ໋ວະ !”
“ແຕ່ອ້າຍພັດຢາກເຫັນຄວາມງາມຂອງນ້ອງເດ! ຄັນມືດສະຫຼົວຈັ່ງຊີ້ເຫັນໄດ້ກໍບໍ່ຄັກ! ”ຄຳປ່ອຍທັງເວົ້າ ສ່ວນແຂນເບື້ອງໜຶ່ງແມ່ນໂຄ້ງ ກອດແອວຂອງຍິງສາວເອົາໄວ້ແລ້ວ. “ປິ່ນໜ້າມາໃຫ້ເບິ່ງແດ່ດູຄົນງາມເອີຍ!, ອຸ້ຍຄືມາກິ່ນຫອມແທ້ເດ້ !”
“ຫອມອີ່ຫຍັງຂິວປານນີ້, ອ້າຍອາບນ້ຳລະຫວ໋າ ?”
“ອາບແລ້ວ, ອ້າຍອາບມາແຕ່ເຮືອນພຸ້ນຄັກແລ້ວ !, ຂໍໂທດນ້ອງຊື່ຫຍັງເກາະ?”
“ຊື່ນ້ຳຝົນ…”
“ເອີ! ອ້າຍນຶກແລ້ວ, ຄົນຊື່ນ້ຳຝົນຕັ້ງແມ່ນແຕ່ຜູ້ງາມໆ, ເປັນຄົນໃສລະ?” ຄຳປ່ອຍເວົ້າແລະຖາມຕໍ່
“ນ້ອງກະເປັນຄົນຢູ່ນີ້ລະ !”
“ຂໍໂທດເດີຢ່າວ່າອ້າຍບໍ່ໃຫ້ກຽດນ້ອງເດີ, ຢາກຮູ້ແທ້ໆ ອ້າຍຈັ່ງຖາມ…”
“ຖາມຫຍັງລະ?…”
“ຂໍໂທດແທ້ໆເດີ້!, ຍ້ອນຫຍັງນ້ອງຈັ່ງອອກມາຫຼິ້ນແບບນີ້?”
“ນ້ອງກະອອກມາຫຼິ້ນຄືກັນກັບຜູ້ອື່ນຫັ້ນລະ!”
“ໝາຍຄວາມວ່າຄົນອື່ນເຂົາກໍມັກອອກມາຫຼິ້ນແບບນີ້ຫວ໋າ?…”
“ຕ໊າຍອ້າຍ! ແມ່ນເຈົ້າໄປລີ້ຢູ່ມຸມໃດຂອງໂລກເກາະ ເຈົ້າຍັງບໍ່ຮູ້ບໍວ່າສັງຄົມມັນປ່ຽນແປງໄປລະດັບໃດແລ້ວ?” ເປັນຄຳຖາມທີ່ບໍ່ຕ້ອງການຄຳຕອບ ແຕ່ກໍຕຳໃສ່ກະດອງໃຈຂອງຄຳປ່ອຍບໍ່ແມ່ນຂອງຄ່ອຍ ເພາະເຂົາກໍມີລູກສາວທີ່ເຂົາທັງຮັກທັງຫວງ ຄືແກ້ວຕາດວງໃຈຜູ້ໜຶ່ງ.
“ເອີ! ກະແມ່ນໄດ໋ເນາະ, ແຕ່ອ້າຍຄິດວ່າຄົງບໍ່ເປັນໄປແບບນັ້ນທັງໝົດດອກ… ມັນກໍຕ້ອງຍັງມີຜູ້ດິບຜູ້ດີ ຜູ້ມີລະບຽບວິໄນຫຼາຍຢູ່” ຄຳປ່ອຍຕອບແບບໃຫ້ກຳລັງໃຈໂຕເອງ.
“ອ້າຍກຳລັງບອກວ່ານ້ອງແມ່ນຄົນສ່ວນນ້ອຍ ທີ່ບໍ່ຮັກນວນສະຫງວນຕົວແມ່ນບໍ?…”
“ກະບໍ່ດອກນ້ອງ ເພາະອ້າຍກໍຍັງບໍ່ແມ່ນຄົນດີຄືກັນ”
“ຮູ້ໂຕກະດີກວ່າຫຼົງໂຕເອງເນາະອ້າຍ!, ເຮົາເຊົາລົມເລື່ອງນີ້ແລ້ວລົມເລື່ອງໃໝ່ຊິບໍ່ດີກວ່າບໍ?”
“ກະຍັງວ່ານີ້ລະ!, ແຕ່ກໍຫຼຽວໜ້າມາໃຫ້ອ້າຍເຫັນແດ່ດູ ອັນນີ້ລະໃຫ້ເຫັນແຕ່ຫູກັບແກ້ມ”
“ຢ່າລົມຫຼາຍເລື່ອງເທາະອ້າຍ ມັນຍາວ ມັນດົນ…”
“ໂດຍ!, ບໍ່ລົມແລ້ວລະ…. ອ້າຍຂໍເປີດໄຟເດີ !!”
“ຊິເປີດເຮັດຫຍັງເກາະ ເປີດເບິ່ງນ້ອງກໍບໍ່ງາມຄືເມຍອ້າຍດອກ!”
“ອ້າຍຂໍເປີດໄຟໃຫ້ເຫັນໜ້າກັນ ພໍໄດ້ຈື່ກັນເອົາໄວ້ ບາດໄປພົບໜ້າພໍ້ຕາກັນຢູ່ໃສກໍຍັງໄດ້ເອີ້ນຖາມຊັ້ນຕົວ !, ນ້ອງກະງາມປານນີ້ຊິອາຍເຮັດຫຍັງເກາະ, ແນວໃດ ແນວໃດເຮົາກໍເປັນຂອງກັນແລະກັນແລ້ວລະມື້ນີ້ນະ”
“ກໍສຸດແລ້ວແຕ່ອ້າຍ ຢາກເປີດແຮງກໍເປີດໂລດ !”
ໃນທີ່ສຸດຍິງສາວຜູ້ໜ້າຮັກກໍຍອມໃຫ້ເປີດໄຟ ຕາມຄວາມຮຽກຮ້ອງຂອງຄຳປ່ອຍຢ່າງຫຼີກລ້ຽງບໍ່ໄດ້.
ຄຳປ່ອຍເຄິ່ງນອນເຄິ່ງນັ່ງໂນ້ມໂຕ ຢຶ້ມືໄປຫາສະວິດໄຟແລ້ວເປີດ ແຕັບ! .
“ອີ່ພໍ່!…” ສຽງຂອງຍິງສາວຮ້ອງອອກມາຢ່າງແຮງ!
“ຫ໋າ!!, ອຸ້ຍໆໆ ພໍ່ຝັນ ພໍ່ກຳລັງຝັນເຫັນລູກ…… ”
“ຝັນອີ່ຫຍັງເກາະພໍ່…. ສວາຍປານນີ້ແລ້ວລຸກທະແມ້ ຈັກໜ້ອຍໄປການບໍ່ທັນຫັ້ນນະ !!”
(ຈົບແລ້ວ ໂດຍ: ແອັດມິນຊຽງ)