spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ອາເມລິກາບຸກຈັບຊາວມຽນມາ 2 ຄົນ ທີ່ວາງແຜນຄາດຕະກໍາທູດມຽນມາທີ່ UN

ເຈົ້າໜ້າທີ່ອາເມລິກາບຸກຈັບຊາວມຽນມາ 2 ຄົນ ທີ່ວາງແຜນຄາດຕະກໍາທູດມຽນມາທີ່ UN

Published on

ໃນວັນທີ 7 ສິງຫາ 2021 ເວັບໄຊ້ Thairath ໄດ້ລາຍງານວ່າ: ເຈົ້າໜ້າທີ່ຂອງສະຫະລັດອາເມລິກາສາມາດຈັບກຸມຊາຍຊາວມຽນມາ 2 ຄົນ ໄດ້ທີ່ນະຄອນນິວຢອກ ປະເທດອາເມລິກາ ໃນຂໍ້ຫາເປັນຜູ້ຕ້ອງສົງໄສທີ່ກໍາລັງວາງແຜນກັບນາຍໜ້າຄ້າອາວຸດໃນປະເທດໄທທີ່ຂາຍອາວຸດໃຫ້ກັບກອງທັບມຽນມາ ເພື່ອຄາດຕະກໍາ ຫຼື ທໍາຮ້າຍຮ່າງກາຍທ່ານ ຈໍໂມ ຕຸນ ເອກອັກຄະລັກສະທູດມຽນມາທີ່ປະຈໍາຢູ່ອົງການສະຫະປະຊາຊາດ ທີ່ເຄີຍຍົກ 3 ນິ້ວໃນການຕໍ່ຕ້ານລັດຖະບານທະຫານຂອງມຽນມາ.

ທ່ານຈໍ ໂມຕຸນ ເອກອັກຄະລັກສະທູດມຽນມາ ໃນຖານະທີ່ເປັນຕົວແທນຂອງລັດຖະບານທີ່ປະຈໍາຢູ່ອົງການສະຫະປະຊາດໄດ້ເປີດຜີຍວ່າ ຖືກຂູ່ທໍາຮ້າຍຮ່າງກາຍຈຶ່ງໄດ້ແຈ້ງເລື່ອງນີ້ໃຫ້ແກ່ທາງສະຫະລັດຮັບຮູ້ ແລະ ເຮັດໃຫ້ເຈົ້າໜ້າທີ່ຂອງສະຫະລັດໄດ້ເພີ່ມມາດຕະການຮັກສາຄວາມປອດໄພໃຫ້ແກ່ທູດມຽນມາຫຼາຍຂຶ້ນ.

ສ່ວນທາງດ້ານໄອຍະການເຂດນະຄອນນິວຢອກໃຕ້ໄດ້ອອກຖະແຫຼງການໃນວັນສຸກທີ່ຜ່ານມາວ່າ ຜູ້ຕ້ອງຫາສອງຄົນຊາວມຽນມາ ໄດ້ແກ່: ທ້າວ ປຽວ ຮຽນຮັດ ອາຍຸ 28 ປີ ແລະ ທ້າວ ຍີ ຮຽນຊໍ ອາຍຸ 20 ປີ ໄດ້ຖືກຕັ້ງຂໍ້ຫາສົມຮູ້ຮ່ວມຄິດກັນທໍາຮ້າຍຮ່າງກາຍ ແລະ ກໍເຫດຮຸນແຮງຕໍ່ກັບເຈົ້າໜ້າທີ່ຕ່າງຊາດເຊິ່ງມີໂທດຕິດຄຸກ 5 ປີ.

ຈາກການສອບສວນຂອງເຈົ້າໜ້າທີ່ຜູ້ຕ້ອງຫາທັງສອງຄົນແມ່ນຖືກວ່າຈ້າງຈາກນາຍໜ້າຄ້າອາວຸດຄົນໜຶ່ງໃນປະເທດໄທເພື່ອໃຫ້ໄປທໍາຮ້າຍຮ່າງກາຍ ຫຼື ຄາດຕະກໍາທ່ານ ຈໍ ໂມຕຸນ ແລະ ບັງຄັບໃຫ້ລາອອກຈາຕໍາແໜ່ງ ແລະ ຖ້າຫາກບໍ່ຍອມລາອອກແມ່ນຈະຖືກຄາດຕະກໍາໃນທັນທີ.

ເຖິງຢ່າງໃດກໍຕາມ ທ່ານ ຈໍ ໂມຕຸນ ເອກອັກຄະລັກສະທູດມຽນມາປະຈໍາສະຫະປະຊາຊາດ ເຖິງແມ່ນວ່າຈະຖືກລັດຖະບານທະຫານມຽນມາປົດອອກຈາກຕໍາແໜ່ງທູດມຽນມາປະຈໍາ UN ກໍຕາມ ແຕ່ທ່ານ ຈໍ ໂມຕຸນ ກໍຍັງດໍາລົງຕໍາແໜ່ງຢູ່ຄືເກົ່າ ເນື່ອງຈາກສະຫະປະຊາຊາດບໍ່ຮອງຮັບລັດຖະບານມຽນມາທີ່ມາຈາກການຍຶດອໍານາດ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...