spot_img
Homeຂ່າວຕ່າງປະເທດຫົວໜ້າທີມກິລາເບລາຣຸດ ສອງຄົນຖືກປົດອອກຈາກໂອລິມປິກໂຕກຽວ

ຫົວໜ້າທີມກິລາເບລາຣຸດ ສອງຄົນຖືກປົດອອກຈາກໂອລິມປິກໂຕກຽວ

Published on

ສຳນັກຂ່າວ Reuters ລາຍງານ: ຄະນະກຳມະການໂອລິມປິກສາກົນ (IOC) ໄດ້ປົດຫົວໜ້າທີມກີລາເບລາຣຸດ ສອງຄົນ ອອກຈາກການແຂ່ງຂັນໃນງານກີລາໂອລິມປິກໂຕກຽວ ພ້ອມສົ່ງພວກກ່ຽວກັບປະເທດ ເນື່ອງຈາກທັງສອງມີຄວາມຜິດ ໃນການພະຍາຍາມສົ່ງຕົວ ນາງ ຄຣິສຊີນາ ຊິມານູສກາຢາ (Krystsina Tsimanouskaya) ນັກກີລາແລ່ນ-ລານ ທີມຊາດເບລາຣຸດສ ກັບຄືນປະເທດ.

ເຫດການດັ່ງກ່າວ ສືບຕໍ່ມາຈາກ ນາງ ຄຣິສຊີນາ ຊິມານູສກາຢາ, ນັກກິລາແລ່ນ-ລານຍິງ ຄົນເບລາຣຸດສ, ອາຍຸ 24 ປີ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກີລາໂອລິມປິກ ຄັ້ງທີ 32 ທີ່ຈັດຂຶ້ນຢູ່ກຸງໂຕກຽວ ຢືນຢັນຈະບໍ່ກັບປະເທດ ພ້ອມຂໍຄວາມຊ່ວຍເຫຼືອຈາກຄະນະກຳມະການໂອລິມປິກສາກົນ (IOC) ໂດຍອ້າງວ່າທາງການເບລາຣຸສ ໂດຍສະເພາະຫົວໜ້າທີມກີລາພະຍາຍາມບັງຄັບໃຫ້ຕົນເດີນທາງກັບຄືນປະເທດ.

ຊິມານູສກາຢາ ແມ່ນເປົ້າໝາຍ ຂອງຜູ້ສະໜັບສະໜູນລັດຖະບານ, ເຊິ່ງການລົນລະລົງຄັ້ງນີ້ຂ້ອນຂ້າງຮຸນແຮງພໍສົມຄວນ ແລະນັ້ນກໍເປັນສັນຍານທີ່ຊັດເຈນວ່າ ຊີວິດຂອງ ຊິມານູສກາຢາ ຈະຕົກຢູ່ໃນອັນຕະລາຍໃນເບລາຣຸດສ໌.

IOC ໄດ້ມີການປຶກສາຫາລືກັນ ແລະຮັບຮູ້ກ່ຽວກັບສະຖານະການຂອງນັກກີລາຄົນດັ່ງກ່າວ ເຊິ່ງເຫັນວ່າ ປັດຈຸບັນນາງສົມຄວນຢູ່ພາຍໃຕ້ຄວາມດູແລຂອງເຈົ້າໜ້າທີ່ ທັງນີ້ກໍເພື່ອເປັນການປົກປ້ອງຜົນປະໂຫຍດ ແລະ ຊີວິດການເປັນຢູ່ຂອງນັກກີລາ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...