Homeຂ່າວຕ່າງປະເທດໂຄວິດ-19 ກັບມາລະບາດໃນເມືອງ ອູ່ຮັ່ນ ອີກຄັ້ງໃນຮອບຫຼາຍເດືອນ

ໂຄວິດ-19 ກັບມາລະບາດໃນເມືອງ ອູ່ຮັ່ນ ອີກຄັ້ງໃນຮອບຫຼາຍເດືອນ

Published on

ວັນທີ 3 ສິງຫາ 2021 ສໍານັກຂ່າວ BBC news ໄດ້ລາຍງານວ່າ ເຈົ້າໜ້າທີ່ທາງການໃນເມືອງອູ່ຮັ່ນຂອງຈີນ ຈະເລີ່ມກວດຫາເຊື້ອພະຍາດໂຄວິດ-19 ກັບປະຊາກອນທົ່ວເມືອງ ຫຼັງຈາກມີການກວດພົບເຊື້ອໃນກຸ່ມຄົນຈໍານວນໜຶ່ງ ໂດຍການລະບາດຄັ້ງໃໝ່ຂອງເຊື້ອໂຄວິດ-19 ໃນຈີນ ຍັງໄດ້ລຸກລາມຂະຫຍາຍວົງກວ້າງອອກໄປອີກຫຼາຍເຂດທາງຕາເວັນອອກຂອງປະເທດ.

ຈີນກໍາລັງພົບການລະບາດຄັ້ງໃຫຍ່ທີ່ສຸດອີກຄັ້ງໜຶ່ງ ໃນຮອບຫຼາຍເດືອນທີ່ຜ່ານມາ ໂດຍໃນຊ່ວງ 10 ມື້ທີ່ຜ່ານມາ ມີລາຍງານຜູ້ຕິດເຊື້ອໂຄວິດ-19 ສາຍພັນເດວຕ້າ ທີ່ໄດ້ຮັບການຢືນຢັນແລ້ວກວ່າ 300 ລາຍ ໃນ 15 ພື້ນທີ່ ແລະ ຍັງໄດ້ລຸກລາມຂະຫຍາຍວົງກວ້າງອອກໄປອີກ ໃນຫຼາຍພື້ນທີ່ທາງພາກຕາເວັນອອກຂອງປະເທດ.

ຂະນະທີ່ຈີນ ໄດ້ລາຍງານຈໍານວນຜູ້ຕິດເຊື້ອລາຍໃໝ່່ ຈໍານວນ 90 ຄົນ, ຄະນະກໍາມະການສຸຂະພາບແຫ່ງຊາດ ລະບຸວ່າ ໃນຈໍານວນທັງໝົດນີ້ ມີ 61 ຄົນ ທີ່ຕິດເຊື້ອຈາກຄົນໃນພື້ນທີ່ ເຊິ່ງກ່ອນໜ້ານີ້ແມ່ນ ກວດພົບຜູ້ຕິດເຊື້ອ 55 ຄົນ.

ທີ່ຜ່ານມາ ຈີນປະສົບຄວາມສໍາເລັດຢ່າງສູງ ໃນການຄວບຄຸມໂຄວິດ-19 ໃນປະເທດ ແຕ່ການແຜ່ລະບາດໃນຮອບໃໝ່ນີ້ ເຊິ່ງເປັນການກວດພົບຄັ້ງທໍາອິດໃນພະນັກງານຢູ່ທີ່ສະໜາມບິນ ທີ່ເມືອງນານກິງ ເຮັດໃຫ້ເກີດຄວາມກັງວົນເພີ່ມຂຶ້ນ, ທາງການຍັງສັ່ງປິດສະຖານທີ່ທ່ອງທ່ຽວອື່ນໆ ໃນເມືອງຈາງເຈຍເຈ້ຍ ທັງໝົດ, ສ່ວນບັນດານັກທ່ອງທ່ຽວຈາກຕ່າງພື້ນທີ່ ກໍຕ້ອງຜ່ານການກວດຫາເຊື້ອພະຍາດໂຄວິດ-19 ກ່ອນ ຈຶ່ງສາມາດເດີນທາງກັບເມືອງຂອງຕົນເອງໄດ້.

ນອກຈາກນີ້, ເຊື້ອໂຄວິດ-19 ສາຍພັນເດວຕ້າ ຍັງແຜ່ກະຈາຍໄປເຖິງໃນເມືອງປັກກິ່ງນໍາອີກ ໂດຍມີລາຍງານການຕິດເຊື້ອຂອງພະຍາດພາຍໃນທ້ອງຖິ່ນຫຼາຍກໍລະນີແລ້ວ ເຮັດໃຫ້ເຈົ້າໜ້າທີ່ຕ້ອງສັ່ງປິດການເດີນທາງ ທັງເທິງບົກ ແລະ ທາງອາກາດ ລະຫວ່າງເມືອງປັກກິ່ງ ໄປຫາເມືອງທີ່ມີຜູ້ຕິດເຊື້ອ ລວມທັງຫ້າມນັກທ່ອງທ່ຽວທຸກຄົນເດີນທາງເຂົ້ານະຄອນຫຼວງຂອງຈີນ ນອກຈາກຜູ້ທີ່ມີເຫດຈໍາເປັນ ເຊິ່ງມີຜົນກວດເປັນລົບເທົ່ານັ້ນທີ່ສາມາດເດີນທາງໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...