spot_img
Homeຂ່າວຕ່າງປະເທດຄົນໄທ 7 ຄົນໄປເກັບເຫັດແລ້ວຫຼົງຂ້າມຊາຍແດນມາເຂດລາວ ຕອນນີ້ຖືກເຈົ້າໜ້າລາວທີ່ກັກໂຕໄວ້

ຄົນໄທ 7 ຄົນໄປເກັບເຫັດແລ້ວຫຼົງຂ້າມຊາຍແດນມາເຂດລາວ ຕອນນີ້ຖືກເຈົ້າໜ້າລາວທີ່ກັກໂຕໄວ້

Published on

ຕາມການລາຍງານ ຂອງຂ່າວສົດ Khaosod ໃຫ້ຮູ້ວ່າ: ໃນເວລາ 22:00 ຂອງວັນທີ 1 ກໍລະກົດ 2021 ນັກຂ່າວໄດ້ຮັບລາຍງານວ່າ: ມີປະຊາຊົນ ບ້ານສຸກກະເສບ ເມືອງ ສິລິນທອນ ແຂວງອຸບົນລາຊະທານີ ຈຳນວນໜຶ່ງອອກໄປເກັບເຫັດ ເຂດບໍລິເວນປ່າຊາຍແດນໄທ-ສປປ ລາວ ແລ້ວຖືກທະຫານຈັບກຸມໄດ້ 7 ຄົນ ໃນນັ້ນ ຍິງ 5 ຄົນ ຊາຍ 2 ຄົນ ສ່ວນອີກສ່ວນໜຶ່ງ ທີ່ໄປນຳກັນແມ່ນແລ່ນອອກມາທັນ ຈາກນັ້ນ ກໍໄດ້ເອົາເລື່ອງມາແຈ້ງຄະນະບ້ານ.

ເບື້ອງຕົ້ນ ຄາດວ່າ ທັງ 7 ຄົນ ອາດຫຼົງເຂົ້າໄປໃນເຂດພື້ນທີ່ຂອງ ສປປ ລາວ ແລະ ອາດຖືກຕັ້ງຂໍ້ຫາ ວ່າລັກລອບເຂົ້າເມືອງແບບຜິດກົດໝາຍ.

ນາຍບ້ານ ສຸກກະເສບ ໄດ້ກ່າວວ່າ: ມີລູກບ້ານຈຳນວນໜຶ່ງໄປເກັບເຫັດ 10 ກວ່າຄົນ ລວມທັງຜູ້ຊ່ວຍນາຍບ້ານໄດ້ລວມໂຕກັນໄປເກັບເຫັດ ຕັ້ງແຕ່ວັນທີ 1 ສິງຫາ ເຊິ່ງເປັນປ່າເຂດອ່າງເກັບນ້ຳຫ້ວຍວັງລົມ ຕຳບົນ ເຂື່ອນແກ້ວ ເມືອງສິລິນທອນ ກັບ ເມືອງໂພນທອງ ແຂວງຈຳປາສັກ ສປປ ລາວ ເຊິ່ງເປັນເຂດຊາຍແດນໄທ-ລາວ ແລະ ອາດຍ່າງເຂົ້າໄປກາຍເຂດ ຂອງລາວເພາະບໍ່ຮູ້ເຂດແບ່ງ ຈິ່ງຖືກເຈົ້າໜ້າທີ່ທະຫານລາວກັກໂຕໄວ້ ປະມານເວລາ 06:00 ຂອງວັນທີ 1 ສິງຫາ 2021.

ຫຼັງຈັບໂຕທາງການລາວໄດ້ສົ່ງຄົນໄທທັງ 7 ຄົນ ໄປສູນກັກກັນ ເພື່ອຕິດຕາມອາການໂຄວິດ-19 ເມືອງປະທຸມພອນ ແຂວງຈຳປາສັກ ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ຈາກນັ້ນຈິ່ງຈະສົ່ງທັງໝົດໃຫ້ເຈົ້າໜ້າທີ່ ຕມ ລາວ ປະຈຳດ່ານ ເພື່ອຂະບວນການສົ່ງຄືນກັບປະເທດ ຕາມຂໍ້ຕົກລົງລະຫວ່າງສອງປະເທດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...