spot_img
Homeຂ່າວຕ່າງປະເທດກຳປູເຈຍຈັດຊື້ວັກຊີນ 5 ລ້ານໂດສຈາກຈີນ ພ້ອມເລີ່ມສັກເຂັມທຳອິດໃຫ້ເດັກອາຍຸ 12-17 ປີ ເດືອນນີ້

ກຳປູເຈຍຈັດຊື້ວັກຊີນ 5 ລ້ານໂດສຈາກຈີນ ພ້ອມເລີ່ມສັກເຂັມທຳອິດໃຫ້ເດັກອາຍຸ 12-17 ປີ ເດືອນນີ້

Published on

Phnom Penh Post ລາຍງານ: ລັດຖະບານກຳປູເຈຍ ໄດ້ຈັດຊື້ວັກຊີນປ້ອງກັນໂຄວິດ -19 ເພີ່ມ 5 ລ້ານໂດສຈາກປະເທດຈີນ ເພື່ອສີດໃຫ້ກຸ່ມອາຍຸລະຫວ່າງ 12-17 ປີ ໂດຍແນໃສ່ກຽມເປີດການຮຽນ-ການສອນຄືນໃໝ່ , ຄາດວ່າຈະມີການຈັດສົ່ງວັກຊີນດັ່ງກ່າວໃນເດືອນສິງຫາ ແລະ ກັນຍາ.

ທ່ານ ນາງ ຢອກ ແຊມບັດ, ລັດຖະມົນຕີກະຊວງສາທາລະສຸກ ກຳປູເຈຍກ່າວວ່າ: ທາງການຈີນຈະມີການຈັດສົ່ງວັກຊີນຊີໂນຟາມຈຳນວນ 3 ລ້ານໂດສມາຍັງກຳປູເຈຍພາຍໃນເດືອນນີ້ ແລະ ອີກ 2 ລ້ານໂດສແມ່ນຈະຈັດສົ່ງໃນເດືອນກັນຍາ ເຊິ່ງຈະນຳມາສີດໃຫ້ເດັກໃນກຸ່ມອາຍຸ 12-17 ປີຈຳນວນ 2 ລ້ານກວ່າຄົນ, ຂະນະທີ່ປັດຈຸບັນ ທາງຄະນະກຳມະການສີດວັກຊີນໂຄວິດ-19 ແຫ່ງຊາດ ກຳລັງປຶກສາຫາລື ແລະ ວາງແຜນ ກ່ຽວກັບການຈັດຕັ້ງປະຕິບັດໃນການສີດວັກຊີນສຳລັບກຸ່ມອາຍຸດັ່ງກ່າວ.

“ມາຮອດທ້າຍເດືອນກໍລະກົດ, ພວກເຮົາໄດ້ສີດວັກຊີນໃຫ້ປະຊາຊົນພາຍໃນປະເທດແລ້ວ 6 ລ້ານກວ່າຄົນ ແລະ ພວກເຮົາກໍມີວັກຊີນພຽງພໍສຳລັບພົນລະເມືອງລວມທັງກຸ່ມເດັກນ້ອຍ ຂະນະທີ່ລັດຖະບານກໍໄດ້ພະຍາຍາມຢ່າງເຕັມທີ່ໃນການຈັດຫາວັກຊີນໃຫ້ກັບປະຊາຊົນຂອງຕົນ.” ທ່ານ ນາງ ຢອກ ແຊມບັດ ກ່າວ.

ກຳປູເຈຍຍັງຈະໄດ້ຮັບວັກຊີນ Johnson & Johnson ຈຳນວນ 1 ລ້ານໂດສ ຜ່ານໂຄງການ Covax, ເຊິ່ງການຈັດສົ່ງວັກຊີນດັ່ງກ່າວແມ່ນຍັງບໍ່ມີການກຳນົດເວລາທີ່ແນ່ນອນ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...