spot_img
Homeຂ່າວການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນຂອງອາຊຽນ ຈະສຳເລັດພາຍໃນ 6 ປີ

ແຫຼ່ງທ່ອງທ່ຽວຄົບວົງຈອນຂອງອາຊຽນ ຈະສຳເລັດພາຍໃນ 6 ປີ

Published on

20141024135254

 

ການ​ຕັດສິນ​ໃຈ​ໃຊ້​ງົບປະມານມະຫາສານ ​ເພື່ອ​ພັດທະນາ​ເນື້ອທີ່ເຂດ​ໜອງ​ແປນ ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​

ວຽງ​ຈັນ ໃຫ້ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນຂອງ​ອາ​ຊຽນ ໂດຍ​ແມ່ນ​ບໍລິສັດ ການ​ຄ້າ​ສາກົນ​ລາວ​ເອ​ເຊຍ ​ຈຳກັດ​ຜູ້​ດຽວ

ເປັນ​ຜູ້​ສຳ​ປະທານ ໄດ້ເລີ່ມ​ກະກຽມ​ຈັດ​ຕັ້ງ​ປະຕິບັດ ພາຍຫຼັງ​ທີ່​ບໍລິສັດ​ດັ່ງກ່າວ ​ໄດ້ຮ່ວມ​ກັບ​ບໍລິສັດ ເຊຊວນ​ຊາງ​ໄທວິສະ

ວະກຳ​ກໍ່ສ້າງ ​ຈຳກັດ ​ສປ ຈີນ ນຳ​ເອົາ​ກົນ​ຈັກ​ເຂົ້າ​ມາ​ເຖິງ​ສະຖານ​ທີ່​ໂຄງການ ເພື່ອ​ກະກຽມຄວາມ​ພ້ອມ​ໃນ​ການ​ລົງມື​ກໍ່

ສ້າງໂຄງການ​ໃນ​ໄວໆ​ນີ້.

 

ທ່ານ ທະນະ​ກິດ ສຸວັນນະ​ວົງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ ການຄ້າ​ສາກົນ​ລາວ​ເອ​ເຊຍ ​ຈຳກັດຜູ້ດຽວ ໄດ້​ກ່າວ​ວ່າ: ໂຄງ

ການໜອງ​ແປນ ມີ​ເນື້ອທີ່ 150 ເຮັກຕາ ໄລຍະ​ສຳ​ປະທານ 70 ປີ ແລະ ສາມາດ​ຕໍ່​ໄດ້ ຈະ​ສ້າງ​ໃຫ້ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​

ໃຫຍ່ ແລະ ຄົບ​ວົງ​ຈອນ​ລະດັບ​ອາ​ຊຽນ ເພື່ອຮອງ​ຮັບ​ການ​ກ້າວ​ເຂົ້າ​ສູ່​ປະຊາຄົມ​ເສດຖະກິດ​ອາ​ຊຽນ (AEC) ປີ 2015 ກໍ່​

ຄື​ກິດຈະການ​ການທ່ອງ​ທ່ຽວ​ເຊື່ອມ​ໂຍງ​ກັບ​ບັນດາປະເທດ​ໃນ​ພາກ​ພື້ນ ໃນ​ນີ້ ປະກອບ​ມີ​ໂຮງແຮມ​ລະດັບ 5 ດາວ ສະ

ໜາມ​ກ໊ອບ ທະເລ​ຈຳລອງ ສູນ​ການ​ຄ້າ​ສາກົນ ສວນ​ສະໜຸກ ກຸ່ມ​ເຮືອນ​ຂອງ​ແຕ່​ລະ​ປະເທດ​ໃນອາ​ຊຽນ ແຫຼ່ງ​ບັນເທີງ

ແລະ ກິດຈະ​ການ​ການທ່ອງທ່ຽວ​ແບບ​ຄົບວົງ​ຈອນ ຈະ​ໃຊ້​ງົບ​ເຂົ້າ​ໃນ​ການກໍ່ສ້າງ 3 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ

24.000 ຕື້​ກີບ ໃຊ້​ເວລາ​ການ​ກໍ່ສ້າງ 6 ປີ ນັບ​ແຕ່​ທ້າຍປີ 2014 ຫາ​ປີ 2020.

 

ໄລຍະ​ຜ່ານ​ມາ ​ຜູ້​ສຳ​ປະທານ ໄດ້​ສຳເລັດ​ການ​ສຳ​ຫຼວດ-ອອກແບບ​ແຕ່​ລະ​ກິດຈະການ ແລະ ໄດ້​ຜ່ານ​ຂະແໜງ​ສິ່ງແວດ

ລ້ອມແລ້ວ ປັດຈຸບັນ​ແມ່ນ​ກຳລັງ​ສຸມໃສ່​ຂຸດ​ລອກ​ພື້ນ​ທີ່​ອະນາໄມ​ໜອງ ບຳບັດ​ນ້ຳ ປັບ​ໜ້າດິນ​ໃຫ້​ໄດ້​ຕາມແບບ​ຂອງ

​ໂຄງການ ເພື່ອ​ກຽມ​ກໍ່ສ້າງ​ໃນ​ໄວໆ​ນີ້ ໂດຍ​ເບື້ອງ​ຕົ້ນ ຈະພັດທະນາ​ເນື້ອທີ່ 73 ເຮັກຕາ ໃຊ້ເວລາ 36 ເດືອນ ຈາກ​ນັ້ນຈະ

ເລີ່ມ​ກໍ່ສ້າງ​ສວນ​ສະໜຸກ ທະເລນ້ຳ​ຈືດ​ຈຳລອງ ​ຄວບ​ຄູ່​ກັບ​ການ​ກໍ່ສ້າງ​ສູນ​ພັດທະນາ​ອາ​ຊຽນ ສູນວັດທະນະທຳ​ອາ​ຊຽນ

ແລະ ອື່ນໆ ພາຍຫຼັງ​ໂຄງການ​ນີ້​ສຳເລັດ ຈະ​ສາມາດ​ນຳ​ເງິນ​ເຂົ້າ​ມາປະເທດ​ເຮົາ​ໄດ້​ຢ່າງ​ມະຫາສານ ແລະ ຈະ​ປະກອບ

ສ່ວນ​ພັດທະນາເສດຖະກິດ-ສັງຄົມ ສ້າງ​ວຽກເຮັດ​ງານ​ທຳ ແລະ ຫຼຸດຜ່ອນຄວາມທຸກ​ຍາກ​ຂອງ​ປະຊາຊົນເທື່ອ​ລະ​ກ້າວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...