Homeຂ່າວຕ່າງປະເທດສັດຕະວະແພດສວນສັດໃນສະຫະລັດກວດພົບ ເສືອດາວຫິມະ ຕິດເຊື້ອໂຄວິດ-19

ສັດຕະວະແພດສວນສັດໃນສະຫະລັດກວດພົບ ເສືອດາວຫິມະ ຕິດເຊື້ອໂຄວິດ-19

Published on

ວັນທີ 27 ກໍລະກົດ 2021 ເວັບໄຊ້ CNN ລາຍງານວ່າ ເສືອດາວຫິມະໂຕໜຶ່ງ ຢູ່ໃນສວນສັດ ນະຄອນດິເອໂກ ລັດແຄລິຟໍເນຍ ສະຫະລັດອາເມລິກາ ຕິດເຊື້ອໄວຣັສ ໂຄວິດ-19 ຫຼັງຈາກມີອາການໄອ ແລະ ຂີ້ມູກໄຫຼ ຕັ້ງແຕ່ອາທິດທີ່ຜ່ານມາ, ໂດຍສັດຕະວະແພດຜູ້ຊຽວຊານດ້ານການດູແລສັດປ່າຂອງສວນສັດດັ່ງກ່າວ ເປີດເຜີຍວ່າ ຜົນການກວດເບື້ອງຕົ້ນເຫັນວ່າ ເສືອດາວຫິມະໂຕນີ້ ມີເຊື້ອພະຍາດໂຄວິດ-19 ໂດຍທີ່ມັນຍັງບໍ່ເຄີຍໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ມາກ່ອນ ແລະ ຍັງບໍ່ຮູ້ສາເຫດເທື່ອວ່າໄດ້ຮັບເຊື້ອມາຈາກໃສ.

ທາງດ້ານກອງທຶນເສືອດາວຫິມະ ເປີດເຜີຍວ່າ ເສືອດາວຫິມະເປັນສັດຫາຍາກ ໂດຍປັດຈຸບັນທົ່ວໂລກມີເຫຼືອຢູ່ພຽງແຕ່ 4,000 – 6,000 ໂຕເທົ່ານັ້ນ, ເມື່ອຕົ້ນເດືອນ ມັງກອນ ທີ່ຜ່ານມາ ທາງສວນສັດດັ່ງກ່າວ ໄດ້ເລີ່ມໂຄງການສັກວັກຊີນໂຄວິດ-19 ສໍາລັບສັດ ໂດຍສະເພາະໃຫ້ກັບບັນດາສັດໃນສວນສັດ ຫຼັງຈາກພົບລິງກໍລິລາ ຕິດເຊື້ອພະຍາດໂຄວິດ-19, ໂດຍປັດຈຸບັນ ລິງດັ່ງກ່າວໄດ້ຫາຍດີແລ້ວ ແລະ ທາງສວນສັດລະບຸວ່າ ຈະດໍາເນີນການສັກວັກຊີນໃຫ້ກັບສັດຕໍ່ໄປ ໂດຍຈະເນັ້ນທີ່ສັດກຸ່ມສ່ຽງຕໍ່ໄປເຊັ່ນ ເສືອດາວ, ສິງ, ເສືອຊີຕ້າ, ເສືອຈາກົ້ວ ແລະ ສິງໂຕພູເຂົາ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...