spot_img
Homeຂ່າວຕ່າງປະເທດອິນເດຍກໍາລັງພົບກັບບັນຫາເຊື້ອລາດໍາລະບາດ ເຊິ່ງສາເຫດອາດມາຈາກຢາປິ່ນປົວໂຄວິດ-19

ອິນເດຍກໍາລັງພົບກັບບັນຫາເຊື້ອລາດໍາລະບາດ ເຊິ່ງສາເຫດອາດມາຈາກຢາປິ່ນປົວໂຄວິດ-19

Published on

ອີງຕາມສໍານັກຂ່າວ news1 ໄດ້ລາຍງານວ່າ: ທ່ານ Mansukh Mandaviya ລັດຖະມົນຕີສາທາລະນະສຸກຂອງອິນເດຍໄດ້ກ່າວຜ່ານຖະແຫຼງການວ່າ ອິນເດຍມີຈໍານວນຜູ້ຕິດເຊື້ອດ້ວຍໂຣກເຊື້ອລາດໍາ 45.374 ຄົນ ແລະ ໂຣກນີ້ມີຊື່ຢ່າງເປັນທາງການກໍຄື ໂຣກເຊື້ອລາດໍາມິວຄໍໄມຊິສ (mucormycosis) ທີ່ພາກຊີວິດຄົນອິນເດຍໄປແລ້ວຫຼາຍກວ່າ 4.300 ຄົນ.

ນອກຈາກນີ້ຍັງພົບວ່າເກືອບທັງໝົດທີ່ຍັງປິ່ນປົວໃນໂຮງໝໍແມ່ນຕິດເຊື້ອຮຸນແຮງທີ່ດັງ, ຕາ ແລະ ບາງສ່ວນຂອງສະໝອງ ແລະ ຍັງພົບວ່າໂຣກເຊື້ອລາດໍາສ່ວນໃຫຍ່ລະບາດຢູ່ໃນກຸ່ມຜູ້ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ໂດຍທາງແພດໄດ້ລະບຸວ່າເຊື້ອລາດໍານີ້ມີຄວາມເຊື່ອມໂຍງກັບຢາທີ່ໃຊ້ປິ່ນປົວໂຄວິດ-19 ແລະ ເບົາຫວານ. ທາງທີມແພດໄດ້ກ່າວວ່າ: ເຊື້ອລາດໍາຈະເກີດຂຶ້ນໃນຜູ້ປ່ວຍທີ່ເຊົາຈາກໂຄວິດ-19 ທີ່ກໍາລັງພັກຟື້ນໃນຊ່ວງ 12-18 ມື້. ທັງນີ້ມີການກວດພົບວ່າຜູ້ຕິດເຊື້ອໂຣກເຊື້ອລາດໍາຈໍານວນຫຼາຍເສຍຊີວິດກ່ອນທີ່ຈະມີໂອກາດໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ຈໍານວນຂອງຜູ້ທີ່ເຂົ້າຮັບການປິ່ນປົວ ແລະ ຜູ້ທີ່ປິ່ນປົວຈົນຫາຍດີນັ້ນກໍໄດ້ຮັບຜົນກະທົບທາງດ້ານສຸຂະພາບ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...