spot_img
Homeຂ່າວຕ່າງປະເທດປະທານາທິບໍດີເກົາຫຼີໃຕ້ຍົກເລີກເດີນທາງໄປຍີ່ປຸ່ນ ເຫດຜິດໃຈຍ້ອນຖືກເຍີ້ຍຫຍັນ

ປະທານາທິບໍດີເກົາຫຼີໃຕ້ຍົກເລີກເດີນທາງໄປຍີ່ປຸ່ນ ເຫດຜິດໃຈຍ້ອນຖືກເຍີ້ຍຫຍັນ

Published on

ສຳນັກຂ່າວ Aljazeera ລາຍງາຍວ່າ: ທ່ານ ມຸນ ແຈອິນ, ປະທານາທິບໍດີເກົາຫຼີໃຕ້ ຕັດສິນໃຈຍົກເລີກເດີນທາງຢ້ຽມຢາມຍີ່ປຸ່ນເພື່ອເຂົ້າຮ່ວມງານແຂ່ງຂັນກີລາໂອລິມປິກທີ່ກຸງໂຕກຽວທີ່ກຳລັງຈະເປີດສາກຂຶ້ນໃນບໍ່ຊ້ານີ້ ພ້ອມທັງຍົກເລີກແຜນກອງປະຊຸມສຸດຍອດຄັ້ງທຳອິດຂອງຕົນ ກັບທ່ານ ໂຍຊິຮິເດະ ຊູກະ, ນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ.

ການຕັດສິນໃຈຍົກເລີກຄັ້ງນີ້ ສືບເນື່ອງມາຈາກມີລາຍງານວ່າ ນັກການທູດຍີ່ປຸ່ນຄົນໜຶ່ງໄດ້ໃຊ້ພາສາລາມົກເພື່ອເຍີ້ຍຫຍັນທ່ານ ທັງທີ່ໜັງສືພິມ Yomiuri ຂອງຍີ່ປຸ່ນໄດ້ລາຍງານກ່ອນໜ້ານີ້ວ່າ ປະທານາທິບໍດີ ມຸນ ຈະມີການພົບປະກັບນາຍົກລັດຖະມົນຕີ ຊູກະ ໃນກຸງໂຕກຽວໃນວັນສຸກອາທິດນີ້, ແຕ່ລັດຖະບານທັງສອງປະເທດປະຕິເສດທັນຄວັນວ່າ ການພົບປະດັ່ງກ່າວໄດ້ສິ້ນສຸດລົງແລ້ວ.

ທາງຝ່າຍຍີ່ປຸ່ນຍັງໄດ້ວາງແຜນປ່ຽນແທນນັກການທູດຄົນໃໝ່ໃນກຸງເຊອຸນ ພາຍຫຼັງທີ່ຜູ້ກ່ຽວໄດ້ລາຍງານຄວາມຄິດເຫັນກ່ຽວກັບທ່ານມຸນ ເຊິ່ງທາງໂຄສົກລະດັບສູງຂອງລັດຖະບານຍີ່ປຸ່ນກ່າວວ່າ: ເອກອັກຄະຣາຊະທູດຍີ່ປຸ່ນໄດ້ກ່າວເຕືອນທ່ານຮອງຂອງຕົນກ່ຽວກັບຂໍ້ຄິດເຫັນທີ່ໄດ້ລາຍງານໄປແລ້ວນັ້ນ.

“ຈາກຄຳເວົ້າທີ່ບໍ່ເໝາະສົມໃນຖານະນັກການທູດ ແລະ ພວກເຮົາຮູ້ສຶກຜິດຫວັງກັບສິ່ງທີ່ເກີດຂຶ້ນ.” ທ່ານ ຄັດສຶໂນບຸ ກາໂຕະ, ຫົວໜ້າເລຂາທິການກ່າວ ແຕ່ເມື່ອຖືກຖາມກ່ຽວກັບການກະກຽມຍົກຍ້າຍນັກການທູດຄົນດັ່ງກ່າວ, ທ່ານ ກາໂຕະ ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມໃດໆ ພຽງແຕ່ກ່າວວ່າ ເປັນເລື່ອງການຕັດສິນໃຈຂອງລັດຖະມົນຕີກະຊວງການຕ່າງປະເທດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...