spot_img
Homeຂ່າວຕ່າງປະເທດບໍລິສັດຜະລິດວັກຊິນຈີນເລັ່ງຈັດສົ່ງໂຄແວັກ 110 ລ້ານຫຼອດ ໃຫ້ປະເທດທຸກຍາກ

ບໍລິສັດຜະລິດວັກຊິນຈີນເລັ່ງຈັດສົ່ງໂຄແວັກ 110 ລ້ານຫຼອດ ໃຫ້ປະເທດທຸກຍາກ

Published on

SCMP: ໂຄງການແບ່ງປັນທົ່ວໂລກໄດ້ລົງນາມເຊັນສັນຍາກັບບໍລິສັດຜະລິດວັກຊິນຈີນສອງແຫ່ງ ໃນການຈັດຫາວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 110 ລ້ານຫຼອດ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຈັດຊື້ລ່ວງໜ້າ ພ້ອມຈັດສົ່ງຢ່າງຮີບດ່ວນໄປຍັງບັນດາປະເທດທຸກຍາກ ພາຍໃຕ້ໂຄງການ Covax.

ກາວີ, ຫຼື ອົງກອນພັນທະມິດເພື່ອວັກຊິນ ເຊິ່ງເປັນຫຸ້ນສ່ວນຂອງພາກລັດ ແລະ ເອກະຊົນ ເປີດເຜີຍວ່າ: ຈະມີການແຈກຢາຍວັກຊິນຊີໂນຟາມ 60 ລ້ານຫຼອດພາຍໃນເດືອນນີ້ ແລະ ເດືອນຕຸລາ ຂະນະທີ່ຊີໂນແວັກ 50 ລ້ານຫຼອດຈະແຈກຢາຍໃນທ້າຍເດືອນກັນຍາ. ພ້ອມກັນນັ້ນ, ກາວີ ຍັງມີຕົວເລືອກໃນການສັ່ງຊື້ວັກຊິນຊີໂນຟາມເພີ່ມ 60 ລ້ານຫຼອດໃນທ້າຍປີນີ້ ແລະ ອີກ 50 ລ້ານຫຼອດໃນກາງປີໜ້າ, ສຳລັບຂໍ້ຕົກລົງກັບຊີໂນແວັກນັ້ນ, ກາວີ ສາມາດຊື້ວັກຊິນເພີ່ມໄດ້ອີກ 150 ລ້ານຫຼອດໃນທ້າຍປີນີ້ ແລະ ອີກ 180 ລ້ານຫຼອດໃນກາງປີໜ້າ ເຊິ່ງຈະເຮັດໃຫ້ບັນດາປະເທດທີ່ເຂົ້າຮ່ວມໂຄງການ Covax ໃນ 135 ປະເທດ ສາມາດເຂົ້າເຖິງວັກຊິນດັ່ງກ່າວໄດ້.

ຂໍ້ຕົກລົງການຈັດຊື້ກັບຊີໂນຟາມ ແລະ ຊີໂນແວັກ ເຊິ່ງໄດ້ຮັບການກວດສອບໂດຍອົງການອະນາໄມໂລກເພື່ອນຳໃຊ້ໃນກໍລະນີສຸກເສີນເພື່ອຕ້ານສາຍພັນເດລຕ້າ ເຊິ່ງເຊື່ອວ່າເປັນສາຍພັນທີ່ສາມາດແຜ່ເຊື້ອໄດ້ໄວກວ່າສາຍພັນອື່ນ ທັງກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຫຼາຍຂຶ້ນ, ຂໍ້ຕົກລົງດັ່ງກ່າວຄາດວ່າຈະຊ່ວຍບັນເທົາຄວາມຂາດແຄນຂອງຈຳນວນວັກຊິນທີ່ສະໜອງໂດຍ Covax Facility ເຊິ່ງເປັນໂຄງການແບ່ງປັນທົ່ວໂລກ ມີເປົ້າໝາຍແນໃສ່ໃຫ້ທຸກຄົນສາມາດເຂົ້າເຖິງວັກຊິນໄດ້.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...