Homeຂ່າວການພັດທະນາສ້າງອາຄານທຳມະດາໂລກບໍ່ຈົດຈຳ ກຽມສ້າງໄວ້ເທິງດວງຈັນຮອງຮັບບ່ອນທ່ຽວໃນອະນາຄົດ

ສ້າງອາຄານທຳມະດາໂລກບໍ່ຈົດຈຳ ກຽມສ້າງໄວ້ເທິງດວງຈັນຮອງຮັບບ່ອນທ່ຽວໃນອະນາຄົດ

Published on

ເປັນທີ່ຮືຮາແຫ່ງໂລກຍຸກໃໝ່ ເມື່ອສະຖາປານິກ SOM–Skidmore, Owings & Merrill ໄດ້ຮ່ວມກັນອອກແບບກຽມການກໍ່ສ້າງອາຄານເທິງດວງຈັນ ພ້ອມກັບພະລັງງານຈາກດວງຕາເວັນເພື່ອຜະລິດໄຟຟ້າ ໂດຍໄດ້ອອກແບບໂຄງສ້າງໃນເຂດບໍລິເວນຂົ້ວໃຕ້ຂອງດາວອັງຄານກ່ອນຈະຂົນຍ້າຍຂຶ້ນໄປເທິງດວງຈັນພາຍຫຼັງທຸກຢ່າງສຳເລັດ.

 

ໝູ່ບ້ານທີ່ຈະສ້າງເທິງດວງຈັນແຫ່ງນີ້ ໄດ້ຮັບການອອກແບບພາຍໃຕ້ການຮ່ວມມືຂອງສະຖາປານິກ ກັບອົງກອນອາວະກາດເອີຣົບ ESA–European Space Agency ແລະ MIT–Massachusetts Institute of Technology ເພື່ອໃຊ້ສຳລັບເປັນສະຖານີວິໄຈ ແລະ ການທ່ອງທ່ຽວແຫ່ງອະນາຄົດ.

ອາຄານແຕ່ລະຫຼັງປະກອບມີ 4 ຊັ້ນ ໃນຮູບແບບລະບົບຂະຫຍາຍເຊິ່ງສາມາດຫົດ-ຢືດໄດ້ ເພື່ອເຮັດໃຫ້ສາມາດຂົນຍ້າຍຂຶ້ນໄປເທິງດວງຈັນໄດ້ສະດວກ ເຊິ່ງໂຄງສ້າງຂອງອາຄານແຕ່ລະຫຼັງຍັງຈະມີລະບົບປ້ອງກັນ ເພື່ອຮັບຮອງສຳລັບການຢູ່ອາໄສນຳອີກ.

ຢ່າງໃດກໍຕາມ, ພື້ນທີ່ແຫ່ງນີ້ຈະຖືກນຳໃຊ້ເປັນສະຖານີສຳລັບນັກວິໄຈໃນອະນາຄົດ ໂດຍຈະໃຊ້ພະລັງງານຈາກດວງຕາເວັນເພື່ອຜະລິດໄຟຟ້າ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...