spot_img
Homeຂ່າວທ້ອງຖິ່ນຕິດຄຸກຕະຫຼອດຊີວິດ ຍ້ອນເງິນສອງແສນ

ຕິດຄຸກຕະຫຼອດຊີວິດ ຍ້ອນເງິນສອງແສນ

Published on

laopost (2)

ຍ້ອນຢາກໄດ້ເງິນພຽງເລັກໜ້ອຍ ໂດຍບໍ່ຄຳນຶ່ງເຖິງຜົນເສຍຫາຍທີ່ຕາມມາຂອງທ້າວ ລຳພອນ, ປະຊາ ຊົນບ້ານນາທອງ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ທີ່ຮັບຂົນສົ່ງຢາບ້າດ້ວຍເງິນພຽງແຕ່ 2 ແສນກີບເທົ່າ ນັ້ນ, ເງິນຍັງບໍ່ຕົກເຖິງມືໝົດ ກໍດວງຊວຍຖືກເຈົ້າໜ້າທີ່ຈັບກຸມໄດ້ກ່ອນ ພ້ອມຂອງກາງຢາບ້າ 6 ພັນເມັດ ພ້ອມຖືກ ສານຕັດສິນຈຳຄຸກຕະຫຼອດຊີວິດ.
ໃນວັນທີ 24 ຕຸລາ 2014 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງສະຫວັນນະເຂດ ກໍໄດ້ມີ ການຕັດສິນຄະດີອາຍາຂຶ້ນ ຊຶ່ງມີທ້າວ ລຳພອນ ອາຍຸ 30 ປີ, ປະຊາຊົນ ບ້ານນາທອງ, ເມືອງຊົນນະບູລີ ເປັນຈຳເລີຍ ໂດຍຖືກຫາວ່າ: ຂົນສົ່ງຢາເສບຕິດ(ຢາບ້າ). ເຊິ່ງເນື້ອໃນຄະດີມີວ່າ: ໃນຄັ້ງວັນທີ 29 ພະຈິກ 2012 ເຈົ້າ ໜ້າທີ່ ປກສ ເມືອງຊົນນະບູລີ ໄດ້ຮັບຂ່າວວ່າ: ມີຄົນຈຳນວນໜຶ່ງກຳລັງເຄື່ອນໄຫວຂົນສົ່ງຢາເສບຕິດ (ຢາບ້າ) ຢູ່ ຂອບເຂດເມືອງຈຳພອນ-ເມືອງຊົນນະບູລີ; ເຈົ້າໜ້າທີ່ ຈິ່ງໄດ້ອອກດັກສະກັດຕາມເສັ້ນທາງ ພໍຮອດເວລາປະມານ 2 ໂມງຂອງວັນດຽວກັນ ຈິ່ງເຫັນຈຶ່ງເຫັນເປົ້າໝາຍຂີ່ລົດຊ້ອນກັນມາ ເຈົ້າໜ້າທີ່ຈິ່ງໄດ້ລັດ ແລະ ກວດກາເບິ່ງເອ ກະສານ ພ້ອມທັງກວດຄົ້ນຕົນຕົວພົບເຫັນຢາບ້າຈຳນວນ 3 ມັດ, ເທົ່າກັບ 6 ພັນເມັດ, ແລ້ວຈິ່ງໄດ້ກັກຕົວທ້າວ ລຳພອນ ແລະ ທ້າວ ສີທົນ ມາດຳເດີນຄະດີ. ຜ່ານການສອບສວນທ້າວ ລຳພອນ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າຈຳນວນ 3 ມັດ ທີ່ເຈົ້າໜ້າທີ່ຍຶດໄດ້ໃນຄັ້ງນີ້ ບໍ່ແມ່ນຢາບ້າຂອງຜູ້ກ່ຽວ ມັນແມ່ນຢາບ້າຂອງທ້າວ ສີທົນ ທີ່ຊື້ມາຈາກຊາຍບໍ່ຊາບຊື່ຢູ່ບ້ານນາຄູ ເມືອງຈຳພອນ ແຂວງສະຫວັນນະເຂດ ທີ່ຊື້ໃນລາຄາ 73 ລ້ານກີບ, ເພື່ອເອົາໄປສົ່ງໃຫ້ທ້າວ ເສີຍ ຢູ່ບ້ານ ນາທອງ ເມືອງຊົນນະບູລີ ເພາະວ່າທ້າວ ເສີຍ ໄດ້ໃຫ້ຄ່າຂົນສົ່ງໃນລາຄາ 200.000 ກີບ ໃນເງິນ 2 ແສນກີບນີ້, ທ້າວ ເສີຍ ໄດ້ໃຫ້ທ້າວ ສີທົນ ກ່ອນແລ້ວ1 ແສນກີບ ແລະ ຫຼັງຈາກເອົາຢາມາສ່ົງແລ້ວຈະໃຫ້ຕື່ມອີກ 1 ແສນກີບ ແຕ່ສົ່ງຢາບໍ່ທັນຮອດເປົ້າໝາຍ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າຈຳນວນ 3 ມັດ ແລະ ລົດຈັກເວບມາດຳເນີນຄະດີ.

ຜ່ານການພິຈາລະນາຄົ້ນຄວ້າຂອງຄະນະສານອາຍາຂອງສານປະຊາຊົນຂັ້ນຕົ້ນແຂວງສະຫວັນນະເຂດ ຈິ່ງໄດ້ຕັດສິນຕໍ່ປະຊາຊົນໃນສະຖານອາຍາເປັນຂັ້ນຕົນ ຊ້ອງໜ້າໂຈດ ແລະ ຈຳເລີຍໂດຍບອກວ່າ: ທ້າວ ລຳພອນ ມີຄວາມຜິດທາງອາຍາໃນສະຖານຂົນສົ່ງຢາເສບຕິດ (ຢາບ້າ) ຊຶ່ງຜິດຕໍ່ມາດຕາ 146 ຂໍ້ 02, 03 ຂອງກົດ ໝາຍອາຍາສະບັບປັບປຸງປີ 2005 ທີ່ມີເນື້ອໃນວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າ ຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼືນຳຢາອີ, ຢາບ້າ ຫຼືວັດຖຸອອກລິດຕໍ່ຈິດປະສາດອື່ນໆ ຜ່ານ ສປປ ລາວ ນັບແຕ່ 5 ຮ້ອຍກຼາມຫາ 3 ກິໂລກຼາມ ຈະຖືກລົງໂທດຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500-1.000 ລ້ານກີບ ແລະ ຖືກຮິບຊັບຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ດັ່ງນັ້ນ ຕໍ່ພຶດຕິກຳ ແລະ ການກະທຳ ທີ່ເປັນອັນຕະລາຍຕໍ່ສັງຄົມຂອງຈຳເລີຍ ແລະ ອີງໃສ່ຜົນຂອງການຕິດສັ່ງນ້ຳໜັກຂອງຢາບ້າ ທີ່ຊັ່ງໄດ້ເປັນຈຳນວນ 619 ກຼາມ ສະນັ້ນຈິ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ລຳພອນ (ຈຳເລີຍ) ຕະຫຼອດຊີວິດ ແລະ ປັບໃໝເປັນເງິນຈຳນວນ 500 ລ້ານກີບ, ຮິບລົກຈັກເວບໄທສີແດງດຳເລກທະບຽນຈຣ 5746 ເປັນຂອງລັດ. ພ້ອມໃຫ້ທ້າວ ລຳພອນ (ຈຳເລີຍ) ເສຍເງິນຄ່າທຳນຽມສານ 115.000 ກີບຄືນໃຫ້ແກ່ລັດທີ່ໄດ້ເສຍໄປກ່ອນແລ້ວ.

ຂ່າວຈາກ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...