Business Insider: ອະດີດປະທານາທິບໍດີ ໂດນັນ ທຣັມ ໄດ້ຍື່ນຟ້ອງບໍລິສັດຍັກໃຫຍ່ທີ່ໃຫ້ບໍລິການດ້ານເຕັກໂນໂລຊີ ເຊັ່ນ ເຟສບຸກ, ກູເກິນ ແລະ ທວິດເຕີ ພ້ອມມຸ່ງເປົ້າສູ່ການຟ້ອງຮ້ອງບັນດາຊີອີໂອຂອງບໍລິສັດທັງ 3 ແຫ່ງ ໂດຍອ້າງເຫດຜົນວ່າຖືກລະງັບການໃຊ້ງານບັນຊີໂຊຊຽວມີເດຍ ພ້ອມຕົກເປັນເຫຍື່ອຂອງການເຊັນເຊີຜູ້ໃຊ້.
ການຍື່ນຟ້ອງດັ່ງກ່າວໄດ້ດຳເນີນການໃນເຂດທາງພາກໃຕ້ຂອງລັດຟລໍຣີດາ ພາຍຫຼັງທີ່ທຣັມຖືກລະງັບການໃຊ້ງານບັນຊີໂຊຊຽວມີເດຍທັງເຟສບຸກ, ທວິດເຕີ ແລະ ກູເກິນ ເນື່ອງຈາກສ່ຽງຕໍ່ຄວາມຮຸນແຮງພາຍຫຼັງເກີດການຈໍລະຈົນ ເມື່ອວັນທີ 6 ມັງກອນຜ່ານມາ ເມື່ອກຸ່ມຜູ້ສະໜັບສະໜູນທຣັມ ໄດ້ລຸກຮື້ຂຶ້ນປະທ້ວງພ້ອມເຂົ້າບຸກຢຶດເອົາອາຄານຂອງລັດຖະສະພາ ຍ້ອນບໍ່ພໍໃຈຜົນການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາ.
“ຄະດີຂອງພວກເຮົາຈະພິສູດໃຫ້ໂລກຮູ້ວ່າ ການເຊັນເຊີນີ້ຜິດກົດໝາຍ, ຂັດຕໍ່ລັດຖະທຳມະນູນ ແລະຍັງບໍ່ມີຄວາມເປັນອາເມລິກາຢ່າງສົມບູນແບບ” ທຣັມກ່າວ.
ການລະບາດໃຫຍ່, ຄວາມບໍ່ສະຫງົບທາງສັງຄົມ ບວກກັບການເລືອກຕັ້ງປະທານາທິບໍດີໃນປີ 2020 ໄດ້ສ້າງຄວາມກົດດັນຈາກສາທາລະນະຊົນຕໍ່ບັນດາໂຊຊຽວເນັດເວີກ ພ້ອມຮຽກຮ້ອງໃຫ້ມີການຄັດຈ້ອນບັນດາເນື້ອຫາທີ່ພວກເຂົາຕ້ອງໄດ້ຄວບຄຸມເທິງແພລດຟອມ ເປັນເຫດເຮັດໃຫ້ຫຼາຍບໍລິສັດເລີ່ມດຳເນີນການກີດກັ້ນໂພສຂອງທຣັມໃນຊ່ວງກາງປີ 2020 ຂະນະທີ່ທວິດເຕີກໍໄດ້ເພີ່ມປ້າຍເຕືອນໃສ່ໃນທວິດຂອງທຣັມ.
ອະດີດປະທານາທິບໍດີທຣັມ ພ້ອມດ້ວຍພັກຣີພັບຣີກັນຄົນອື່ນໆ ໄດ້ພາກັນວິຈານແພລດຟອມຂອງບັນດາບໍລິສັດຍັກໃຫຍ່ທີ່ໃຫ້ບໍລິການດ້ານເຕັກໂນໂລຊີ, ເຮັດໃຫ້ກະແສວິພາກວິຈານເພີ່ມທະວີຄູນຂຶ້ນ ໂດຍອ້າງວ່າເປັນການເລືອກປະຕິບັດຕໍ່ຜູ້ໃຊ້.
ຫຼ້າສຸດ, ທັງທວິດເຕີ ແລະ ເຟສບຸກ ກໍພາກັນລະງັບບົດບາດຂອງທຣັມ, ຂະນະທີ່ ທວິດເຕີ ໄດ້ສັ່ງຫ້າມບໍ່ໃຫ້ທຣັມເຂົ້າໃຊ້ທວິດໂດຍບໍ່ມີກຳນົດ ເຖິງແມ່ນທຣັມຈະຕັດສິນໃຈລົງສະໝັກເລືອກຕັ້ງໃໝ່ໃນປີ 2024 ກໍຕາມ, ສ່ວນເຟສບຸກກໍລະງັບການເຂົ້າໃຊ້ຂອງທຣັມຈົນຮອດເດືອນມັງກອນ 2023.
ທຣັມຍັງຮ້ອງຂໍໃຫ້ສານກຳນົດຄ່າເສຍຫາຍ ເພື່ອເປັນແນວທາງໃນການລົງໂທດກັບບໍລິສັດເຕັກໂນໂລຊີດັ່ງກ່າວ. ຢ່າງໃດກໍຕາມ, ໃນຊ່ວງຫຼາຍປີກ່ອນ ອະດີດປະທານາທິບໍດີຄົນນີ້ກໍເຄີຍຂູ່ວ່າຈະດຳເນີນການຮ້ອງຟ້ອງດຳເນີນຄະດີກັບຫຼາຍບໍລິສັດ ທັງທີ່ມີການຍື່ນຟ້ອງຕົວຈິງພຽງຈຳນວນໜ້ອຍດຽວເທົ່ານັ້ນ.