spot_img
Homeຂ່າວຕ່າງປະເທດສາວເຢຍລະມັນຖືກຈັບເຫດປ່ວນງານແຂ່ງລົດຖີບ “ຕູຣ໌ ເດິ ຟຣອງຊ໌” ທີ່ຝຣັ່ງເສດ

ສາວເຢຍລະມັນຖືກຈັບເຫດປ່ວນງານແຂ່ງລົດຖີບ “ຕູຣ໌ ເດິ ຟຣອງຊ໌” ທີ່ຝຣັ່ງເສດ

Published on

“Independent” ໄດ້ລາຍງານວ່າ ຍິງສາວຈອມປ່ວນຊາວເຢຍລະມັນ ໄວ 30 ປີ ຖືກຈັບກຸມໃນຂໍ້ຫາ ເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບໂດຍບໍ່ເຈຕະນາ ໃນງານແຂ່ງລົດຖີບ “ຕູຣ໌ ເດິ ຟຣອງຊ໌”  ພ້ອມຖືກປັບໄໝເປັນເງິນຈຳນວນ 1,500 ຢູໂຣ ຫຼື ປະມານ 16,5 ລ້ານກີບ.

ຈາກເຫດການສົນລະວົນໃນງານແຂ່ງຂັນປັ່ນລົດຖີບທາງໄກ “ຕູຣ໌ ເດິ ຟຣອງຊ໌” ເຊິ່ງຈັດຂຶ້ນທີ່ປະເທດ ຝຣັ່ງເສດ ໃນມື້ວັນເສົາຜ່ານມາ ໄດ້ມີແມ່ຍິງຄົນໜຶ່ງ ບໍ່ຮູ້ຄິດແນວໃດຈິ່ງພະຍາຍາມຍ່າງລົງສະໜາມແຂ່ງພ້ອມຊູປ້າຍເຊຍໃຫ້ກ້ອງຖ່າຍທອດສົດ ຈົນເປັນເຫດປະທະກັບ ໂທນີ ມາຣ໌ຕິນ ນັກປັ່ນຊາວເຢຍລະມັນເສຍຈັງຫວະລົ້ມລົງ.

ຈັງຫວະດຽວກັນນັກປັ່ນຄົນອື່ນໆທີ່ກຳລັງຖີບລົດຕໍ່ແຖວກັນມາທາງຫຼັງເກືອບ 50 ຄົນ ກໍຕ້ອງປະທະລົງມາກອງກັນເຕັມພື້ນສະໜາມ, ນັກປັ່ນ 21 ຄົນໄດ້ຮັບບາດເຈັບ ຈົນເຮັດໃຫ້ງານແຂ່ງຂັນຕ້ອງຢຸດສະຫງັກ 5 ນາທີ, ຈັດໄດ້ວ່າເປັນການເກີດອຸບັດເຫດຄັ້ງຍິ່ງໃຫຍ່ທີ່ໂຫດຮ້າຍທີ່ສຸດໃນປະຫວັດສາດຂອງການແຂ່ງຂັນກໍວ່າໄດ້.

ຫຼ້າສຸດເຈົ້າໜ້າທີ່ຕຳຫຼວດຝຣັ່ງເສດ ສາມາດເຂົ້າຈັບກຸມຍິງສາວຜູ້ກໍ່ເຫດໄດ້ໃນມື້ວານນີ້ຕາມເວລາທ້ອງຖິ່ນ ເຊິ່ງເຈົ້າໜ້າທີ່ໄດ້ຄຸມຕົວຍິງດັ່ງກ່າວໄປທີ່ເມືອງ ລອງແຄຣ໌ໂນ.

ຢ່າງໃດກໍຕາມ, ແມ່ຍິງຜູ້ກໍເຫດມີສິດໄດ້ຮັບໂທດສະຖານໜັກພໍສົມຄວນ ເຊິ່ງອາດເຖິງຂັ້ນຕິດຄຸກ 1 ປີ ພ້ອມປັບໄໝເປັນເງິນເພີ່ມອີກປະມານ 13,000 ປອນ ຫຼື 160 ລ້ານກີບ.

ການແຂ່ງຂັນປັ່ນລົດຖີບທາງໄກ “ຕູຣ໌ ເດິ ຟຣອງຊ໌” ເຄີຍເກີດເຫດການຄ້າຍຄືກັນໃນປີ 1994 ເຊິ່ງນັກປັ່ນລົດຖີບໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດທີ່ກຳລັງຢືນຮັກສາຄວາມປອດໄພຕາມແຄມທາງ ກ່ອນທີ່ນັກປັ່ນຜູ້ເຄາະຮ້າຍກຳລັງຈະເຂົ້າສູ່ເສັ້ນໄຊ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...