spot_img
Homeຂ່າວຕ່າງປະເທດທ້າທາຍຕໍາຫຼວດ!! ຂາຍຢາເສບຕິດຕໍ່ໜ້າສູນບໍາບັດຜູ້ຕິດຢາ

ທ້າທາຍຕໍາຫຼວດ!! ຂາຍຢາເສບຕິດຕໍ່ໜ້າສູນບໍາບັດຜູ້ຕິດຢາ

Published on

ເຈົ້າໜ້າທີ່ຂອງສະຫະລັດອາເມລິກາໄດ້ເຂົ້າຄວບຄຸມໂຕ ເດວິດ ເກຣແຮມ ອາຍຸ 37 ປີ ຫຼັງໄດ້ຮັບແຈ້ງວ່າຊາຍໜຸ່ມຄົນດັ່ງກ່າວພະຍາຍາມຂາຍຢາເສບຕິດ ທີ່ຢູ່ດ້ານໜ້າສູນບໍາບັດຜູ້ຕິດຢາເສບຕິດ.

ເມື່ອເຈົ້າໜ້າທີ່ໄດ້ຄົ້ນໂຕກໍພົບເຫັນຂອງກາງເປັນຢາເສບຕິດ ແລະ ເຄື່ອງຜິດກົດໝາຍຫຼາຍຊະນິດທັງ ໂຄເຄນ, ກັນຊາ ພ້ອມກັບອຸປະກອນທີ່ໃຊ້ໃນການເສບຢາເສບຕິດ ແລະ ອາວຸດປືນຈໍານວນໜຶ່ງ.

ຫຼັງຈາກຖືກຄວບຄຸມໂຕໄປ ເດວິດ ເກຣແຮມ ກໍໄດ້ຖືກຕັ້ງຂໍ້ຫາມີສິ່ງເສບຕິດໄວ້ຄອບຄອງ, ດັດແປງພາຫະນະເພື່ອໃສ່ຢາເສບຕິດ ແລະ ຄອບຄອງອາວຸດປືນ ເຊິ່ງມີຄວາມຜິດທາງກົດໝາຍ ແລະ ຕອນນີ້ກໍໄດ້ຕັ້ງຄ່າປະກັນໂຕຢູ່ທີ່ປະມານ 2,696,000,000 ກີບ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...