spot_img
Homeຂ່າວຕ່າງປະເທດປະຊາຊົນຊາວມຽນມາຫຼາຍແສນຄົນຕ້ອງຍ້າຍຖິ່ນຖານຍ້ອນການລັດຖະປະຫານພາຍໃນປະເທດ!!

ປະຊາຊົນຊາວມຽນມາຫຼາຍແສນຄົນຕ້ອງຍ້າຍຖິ່ນຖານຍ້ອນການລັດຖະປະຫານພາຍໃນປະເທດ!!

Published on

ສະຖານະການທາງດ້ານການເມືອງໃນປະເທດມຽນມາໄດ້ເກີດມີຄວາມຕຶງຄຽດນັບຕັ້ງແຕ່ທີ່ມີການດຮັດລັດຖະປະຫານ ສົ່ງຜົນເຮັດໃຫ້ມີປະຊາຊົນເສຍຊີວິດຈາກການຕໍ່ຕ້ານລັດຖະປະຫານຫຼາຍກວ່າ 877 ຄົນ ແລະ ມີປະຊາຊົນທີ່ຖືກຈັບຂັງອີກຫຼາຍກວ່າພັນຄົນ.

ໃນຂະນະນີ້ທາງສໍານັກງານເພື່ອການປະສານງານດ້ານມະນຸດທໍາຂອງອົງການສະຫະປະຊາຊາດ (OCHA) ໄດ້ເປີດເຜີຍວ່າມີປະຊາຊົນຈໍານວນປະມານ 230,000 ຄົນໃນມຽນມາຕ້ອງໄດ້ອົບພະຍົບຍ້າຍຖິ່ນຖານເພື່ອຫຼີກລ້ຽງເຫດການຄວາມຮຸນແຮງ ແລະ ການສູ້ຮົບທີ່ກໍາລັງເກີດຂື້ນ.

ນອກຈາກນີ້ທາງດ້ານ OCHA ຍັງໄດ້ລະບຸວ່າ ປະຊາຊົນທີ່ອົບພະຍົບໄປນັ້ນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນບໍ່ວ່າຈະເປັນອາຫານ, ທີ່ຢູ່ອາໄສ, ເຄື່ອງໃຊ້ທີ່ຈໍາເປັນພື້ນຖານ, ການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ ຕະຫຼອດຈົນຮອດການຄຸ້ມຄອງຕ່າງໆ. ທາງດ້ານໜ່ວຍງານຂອງອົງການສະຫະປະຊາຊາດກໍໄດ້ກໍາລັງຫາວິທີຊ່ວຍເຫຼືອຜູ້ອົບພະຍົບ ແຕ່ກໍຖືກກີດຂວາງຈາກການປະທະກັນດ້ວຍອາວຸດ, ຄວາມຮຸນແຮງ ແລະ ຄວາມບໍ່ໝັ້ນຄົງທີ່ເກີດຂື້ນໃນປະເທດມຽນມາ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...