spot_img
Homeຂ່າວຕ່າງປະເທດຫວຽດນາມປະກາດ ໃຫ້ມີຈັນຍາບັນໃນການນໍາໃຊ້ສື່ສັງຄົມອອນລາຍ

ຫວຽດນາມປະກາດ ໃຫ້ມີຈັນຍາບັນໃນການນໍາໃຊ້ສື່ສັງຄົມອອນລາຍ

Published on

ວັນທີ 18 ມິຖຸນາ 2021 ສໍານັກຂ່າວ Reuters ລາຍງານວ່າ ຫວຽດນາມໄດ້ເຜີຍແນວທາງລະດັບຊາດກ່ຽວກັບພຶດຕິກໍາການໃຊ້ສື່ Social media (ສື່ສັງຄົມອອນລາຍ) ເຊິ່ງສະໜັບສະໜຸນໃຫ້ປະຊາຊົນໂພສເນື້ອໃນທີ່ເປັນ “ທາງບວກ” ກ່ຽວກັບປະເທດຫວຽດນາມ ແລະ ກໍານົດໃຫ້ເຈົ້າໜ້າທີ່ຂອງລັດລາຍງານ ຂໍ້ມູນໃນດ້ານລົບ ຕໍ່ຜູ້ບັງຄັບບັນຊາຂອງຕົນ, ເຊິ່ງກົດລະບຽບນີ້ແມ່ນຫ້າມໂພສສິ່ງທີ່ລະເມີດກົດໝາຍ ແລະ ການໂພສເນື້ອໃນທີ່ສົ່ງຜົນກະທົບຕໍ່ກັບຜົນປະໂຫຍດຂອງລັດ, ໂດຍອົງກອນຂອງລັດ ບໍລິສັດ Social media ທັງໝົດໃນຫວຽດນາມຕ້ອງປະຕິບັດຕາມ.

ກົດລະບຽບດັ່ງກ່າວ ຖືກບັນຈຸຢູ່ໃນມະຕິຂອງກະຊວງຂໍ້ມູນຂ່າວສານ ເມື່ອວັນທີ 17 ມິຖຸນາ 2021 ລະບຸວ່າ “ສະໜັບສະໜຸນໃຫ້ ຜູ້ໃຊ້ສື່ສັງຄົມອອນລາຍສົ່ງເສີມຄວາມງາມຂອງທິວທັດ, ຜູ້ຄົນ, ວັດທະນະທໍາຂອງຫວຽດນາມ ແລະ ເຜີຍແຜ່ເລື່ອງລາວດີໆກ່ຽວກັບຄົນດີ. ໂດຍຂະນະນີ້, ຍັງບໍ່ມີຄວາມຊັດເຈນວ່າການຕັດສິນໃຈຈະມີຜົນທາງກົດໝາຍເທົ່າໃດ ແລະ ຈະບັງຄັບໃຊ້ຢ່າງໃດໃນອະນາຄົດ.

ພັກຄອມມູນິດທີ່ປົກຄອງຫວຽດນາມ ຈະຍອມຮັບຄໍາວິຈານພຽງເລັກນ້ອຍເທົ່ານັ້ນ. ໂດຍຈະຄວບຄຸມສື່ຢ່າງເຂັ້ມງວດ ແລະ ຊ່ວງປີທີ່ຜ່ານມາ ພັກຄອມມູນິດໄດ້ເປັນຜູ້ນໍາໃນການປາບປາມຜູ້ທີ່ເຫັນຕ່າງ ເຊັ່ນ ນັກເຄື່ອນໄຫວຈໍານວນໜຶ່ງໄດ້ຮັບໂທດຈໍາຄຸກເປັນເວລາດົນ ຈາກຂໍ້ຫາໂພສເທິງສື່ອອນລາຍ ເຟສບຸກ ແລະ ຢູທູບ.

ໂດຍໃນເດືອນມັງກອນ ປີ 2021 ທີ່ຜ່ານມາ ໄດ້ເກີດກໍລະນີທີ່ຜູ້ໃຊ້ສື່ອອນລາຍຂອງຫວຽດນາມ ນໍາໃຊ້ໃນການລາຍງານສະພາບອາກາດ ແລະ ຄະແນນຜົນເຕະບານທີ່ບໍ່ເປັນຄວາມຈິງ ແທນວິທີການສື່ສານເລື່ອງການເມືອງໂດຍກົງ ເພື່ອຫາລື ແລະ ໂຕ້ຖຽງກັນທາງການເມືອງກ່ຽວກັບຜູ້ນໍາຂອງພັກຄອມມູນິດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...