spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອກໍາລັງພົບກັບບັນຫາຂາດແຄນອາຫານ ຄາດການວ່າມີອາຫານເຫຼືອໃຫ້ປະຊາຊົນພຽງ 2 ເດືອນປາຍເທົ່ານັ້ນ!!

ເກົາຫຼີເໜືອກໍາລັງພົບກັບບັນຫາຂາດແຄນອາຫານ ຄາດການວ່າມີອາຫານເຫຼືອໃຫ້ປະຊາຊົນພຽງ 2 ເດືອນປາຍເທົ່ານັ້ນ!!

Published on

ໃນວັນອັງຄານ ທີ 15 ມິຖຸນາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ທ່ານ ຄິມ ຈອງ ອຶນ ຜູ້ນໍາຂອງປະເທດເກົາຫຼີເໜືອໄດ້ກ່າວຕໍ່ກອງປະຊຸມສະມາຊິກພັກແຮງງານເກົາຫຼີວ່າກໍາລັງເກີດພາວະຂາດແຄນອາຫານ ເຖິງແມ່ນວ່າເສດຖະກິດໂດຍລວມຈະພັດທະນາຂື້ນກໍຕາມ ແຕ່ປັດໄຈ ແລະ ສະພາບແວດລ້ອມຕ່າງໆທີ່ເກົາຫຼີເໜືອຕ້ອງພົບນັ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ.

ແຕ່ທັງນີ້ທ່ານ ຄິມ ຈອງ ອຶນ ບໍ່ໄດ້ເປີດເຜີຍຈໍານວນທີ່ເກົາຫຼີເໜືອຂາດແຄນອາຫານ ແຕ່ມີແນວໂນ້ມທີ່ຮຸນແຮງ ໂດຍທ່ານ ຄິມ ຈອງ ອຶນ ໄດ້ຮຽກຮ້ອງໃນທີ່ປະຊຸມຂອງນັກການເມືອງລະດັບສູງ ເພື່ອຂໍໃຫ້ກຽມພ້ອມຫາທາງແກ້ໄຂ. ທາງດ້ານອົງການອາຫານ ແລະ ກະສິກໍາແຫ່ງປະຊາຊາດ (FAO) ໄດ້ປະເມີນວ່າເກົາຫຼີເໜືອເຫຼືອອາຫານບໍ່ຮອດ 860,000 ຕັນ ເຊິ່ງສາມາດລ້ຽງປະຊາຊົນໄດ້ພຽງແຕ່ 2 ເດືອນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...