spot_img
Homeຂ່າວຕ່າງປະເທດຈັບຕາເບິ່ງ ໄບເດນ-ປູຕິນ ພົບກັນຄັ້ງທໍາອິດໃນຊ່ວງຄວາມສໍາພັນຕົກຕໍ່າ

ຈັບຕາເບິ່ງ ໄບເດນ-ປູຕິນ ພົບກັນຄັ້ງທໍາອິດໃນຊ່ວງຄວາມສໍາພັນຕົກຕໍ່າ

Published on

ວັນທີ 17 ມິຖຸນາ ປີ 2021 ສຳນັກຂ່າວ bbc ໄດ້ລາຍງານວ່າ ປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດນ (Joe biden) ແລະ ປະທານາທິບໍດີລັດເຊຍ ວະລາດິເມຍ ປູຕິນ (Vladimir putin) ກໍາລັງຫາລືກັນເປັນຄັ້ງທໍາອິດໃນການປະຊຸມຢູ່ທີ່ນະຄອນ ເຈນີວາ (Jeneva) ປະເທດ Switzerland. ເກີດຂຶ້ນໃນຊ່ວງທີ່ຄວາມສໍາພັນລະຫວ່າງທັງສອງຝ່າຍຢູ່ໃນຈຸດທີ່ຕໍ່າສຸດ.

ການປະຊຸມຄັ້ງນີ້ ຈັດຂຶ້ນຢ່າງລະມັດລະວັງ ຢູ່ທີ່ບ້ານພັກແຄມທະເລສາບເຈນີວາ ເຊິ່ງຈະເປັນສະຖານທີ່ໃຊ້ຈັດການປະຊຸມສຸດຍອດ.

ພາບປູຕິນ ແລະ ໄບເດນ ຈັບມືກັນ ຫຼັງພົບກັນຄັ້ງທໍາອິດ

ການຫາລືຄັ້ງນີ້ ເກີດຂຶ້ນໃນຊ່ວງທ້າຍຂອງການເດີນທາງມາຕ່າງປະເທດ ເປັນຄັ້ງທໍາອິດໃນຖານະປະທານາທິບໍດີສະຫະລັດຂອງ ໂຈ ໄບເດັນ ເຊິ່ງລາວໄດ້ຮ່ວມການປະຊຸມກຸ່ມປະເທດອຸດສະຫະກໍາຂອງໂລກ ແລະ ຫາລືກັບບັນດາຜູ້ນໍາອົງການສົນທິສັນຍາປ້ອງກັນແອດແລນຕິກ, ການເຂົ້າຮ່ວມປະຊຸມສຸດຍອດກັບລັດເຊຍຄັ້ງນີ້ ໂຈ ໄບເດນ ໄດ້ເນັ້ນຢໍ້າວ່າ ລາວໄດ້ຮັບການການສະໜັບສະໜຸນຈາກພັນທະມິດຊາດຕະເວັນຕົກຂອງເຂົາ.

ຂະນະນີ້ ສະຫະລັດອາເມລິກາ ແລະ ລັດເຊຍ ຍັງບໍ່ມີເອກອັກຄະລະຊະທູດປະຈໍາ ໃນປະເທດຂອງອີກຝ່າຍ ແລະ ເມື່ອບໍ່ດົນມານີ້ ລັດເຊຍໄດ້ບັນຈຸສະຫະລັດໄວ້ໃນບັນຊີລາຍຊື່ຢ່າງເປັນທາງການສໍາລັບ “ລັດທີ່ບໍ່ເປັນມິດ”. ຢ່າງໃດກໍຕາມ ໂຈ ໄບເດນ ກ່າວວ່າ ການຫາລືຄັ້ງນີ້ເປັນຂັ້ນຕອນສໍາຄັນວ່າ ທັງສອງຝ່າຍຈະມີຄວາມສໍາພັນທີ່ໝັ້ນຄົງ ແລະ ຄາດການໄດ້ ລະຫວ່າງກັນຫຼືບໍ່ ຂະນະທີ່ ປູຕິນ ກ່າວກັບສື່ຂອງລັດວ່າ ມີຫຼາຍບັນຫາທີ່ເຮົາສາມາດຮ່ວມມືກັນໄດ້ ແຕ່ທີ່ປຶກສາດ້ານກິດຈະການຕ່າງປະເທດຂອງ ປູຕິນ ໄດ້ກ່າວກັບນັກຂ່າວວ່າ ດ້ານດີຂອງການປະຊຸມນີ້ຍັງມີບໍ່ຫຼາຍ ຂະນະທີ່ໂຄສົກລັດຖະບານລັດເຊຍກ່າວວ່າ ການຫາລືຄັ້ງນີ້ ຈະມີຄວາມຍາກລໍາບາກຫຼາຍ.

ການຫາລືກັນຄັ້ງນີ້, ຈະບໍ່ໄດ້ເປັນການປັບຄວາມສໍາພັນກັນໃໝ່ ແຕ່ຈະເປັນໂອກາດທີ່ຜູ້ນໍາຊາດມະຫາອໍານາດນິວເຄຍທັງສອງຊາດໄດ້ມາພົບໜ້າກັນອີກຄັ້ງ, ເປັນໂອກາດທີ່ຈະບໍ່ເຮັດໃຫ້ເລື່ອງຕ່າງໆຕົກຕໍ່າລົງໄປຫຼາຍກວ່ານີ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...