spot_img
Homeຂ່າວຕ່າງປະເທດເດີນທາງຜິດ-ຕິດຢາຕັ້ງແຕ່ອາຍຸ 6 ປີ ສຸດທ້າຍເລີກໄດ້ ແລະ ກາຍເປັນບັນດິດສາວຄົນເກັ່ງ

ເດີນທາງຜິດ-ຕິດຢາຕັ້ງແຕ່ອາຍຸ 6 ປີ ສຸດທ້າຍເລີກໄດ້ ແລະ ກາຍເປັນບັນດິດສາວຄົນເກັ່ງ

Published on

ແມ່ຍິງຄົນໜຶ່ງຕໍ່ສູ້ຢ່າງໜັກເພື່ອດຶງຕົວເອງອອກຈາກເຫວເລິກກ່ອນຈະສາມາດປະສົບຄວາມສຳເລັດ ຫຼັງຈາກຜ່່ານຊ່ວງເວລາຊີວິດທີ່ຕົກຕໍ່າມາໄດ້.

ເລື່ອງລາວທີ່ໜ້າຊື່ນຊົມນີ້ເປັນຂອງ ຈິນນີ ເບີຕັນ ໄວອາຍຸ 48 ປີ ນາງໄດ້ເລົ່າເຖິງຊ່ວງໄລຍະທີມືດມົນທີ່ສຸດຂອງຊີວິດວ່າ ນາງເກີດທີ່ທາໂຄມາ ໃນລັດວໍຊິງຕັນ ປະເທດສະຫະລັດອາເມລິກາ ນາງຖືກແນະນຳໃຫ້ຮູ້ຈັກ ແລະ ໃຊ້ກັນຊາເມື່ອຕອນອາຍຸນາງໄດ້ພຽງ 6 ປີ ໂດຍແມ່ແທ້ໆຂອງນາງທີ່ຕິດຢາ ແລະ ມີອາການປ່ວຍທາງຈິດ.

ໃນຂະນະທີ່ພໍ່ຂອງນາງກໍ່ຕິດຄຸກໃນຂໍ້ຫາລັກຊັບດ້ວຍອາວຸດ ແລະ ເມື່ອຕອນທີ່ນາງອາຍຸ 12ປີ ນາງໄດ້ຮູ້ຈັກກັບຢາບ້າ ເປັນຄັ້່ງທຳອິດ ແລະ ເມື່ອອາຍຸໄດ້ 14ປີ ນາງກໍ່ເລີ່ມໃຊ້ໂຄເຄນ ນາງກ່າວວ່າ ຊີວິດໃນໄວເດັກຂອງນາງສ່ວນໃຫຍ່ແມ່ນຢູ່ໃນວົງຈອນຢາເສບຕິດ ແລະ ເມື່ອຕອນທີ່ນາງອາຍຸ 17ປີ ນາງໄດ້ພະຍາຍາມຂ້າຕົວຕາຍຫຼັງຈາກຖືກຂົ່ມຂືນໂດຍຜູ້ຊາຍທີ່ມາຊື້ຢາເສບຕິດຈາກແມ່ຂອງນາງ.

ເມື່ອນາງໄດ້ອາຍຸ 23ປີ ນາງໄດ້ກຳເນີດລູກ 2 ຄົນ ແຕ່ໃນຕອນນັ້ນນາງບໍ່ສາມາດເຮັດໜ້າທີ່ແມ່ທີ່ດີໄດ້ ທັງຍັງຕິດເຮໂຣອິນຢ່າງໜັກ ແລະ ນາງເຄີຍປົ້ນຈີ້ພໍ່ຄ້າຊາວເມັກຊີໂກດ້ວຍການໃຊ້ປືນຈີ້ ແລະ ລັກລົດ ເພື່ອຫາເງິນໄປຊື້ຢາເສບຕິດເພີ່ມ ຈົນໃນທີ່ສຸດລູກທັງສອງຄົນກໍຖືກຖອດຊື່ອອກຈາກການດູແລຂອງນາງ.

ນາງໄດ້ເລົ່າກັບສຳນັກຂ່າວໜຶ່ງວ່າ ນາງຕ້ອງໃຊ້ຊີວິດຢູ່ຕາມຖະໜົນ ມີກິ່ນຕົວທີ່ເໝັນ ແລະ ບໍ່ສາມາດອາບນໍ້າໄດ້ ເຖິງແມ່ນວ່າຈະພະຍາຍາມເລີກການກະທຳເຫຼົ່ານັ້ນກໍ່ຕາມແຕ່ສຸດທ້າຍທຸກຢ່າງກໍ່ພັງລົງ ນາງກາຍເປັນເຫຍື່ອຂອງຜູ້ຄົນຕາມຖະໜົນ ແລະ ຮູ້ສຶກໝົດຫວັງກັບຊີວິດ.

ທັງນີ້, ມີລາຍງານວ່າຈິນນີ້ ຖືກຕັດສິນໂທດໃນຄະດີຮ້າຍແຮງກວ່າ 17 ຄະດີ ແລະ ຖືກສົ່ງຕົວເຂົ້າຄຸກເຖິງ 3 ຄັ້ງ ເຖິງແມ່ນວ່າເຮືອນຈຳຈະເປີດໂອກາດໃຫ້ນາງກັບຕົວ ແຕ່ນາງກໍ່ຍັງກັບໄປເສບຢາອີກ ຈົນເມື່ອປີ 2012 ນາງໄດ້ຖືກຈັບໃນຂໍ້ຫາໜຶ່ງມັນໄດ້ເລີ່ມເຮັດໃຫ້ນາງມີສະຕິຂຶ້ນ ນາງໄດ້ຕັດສິນໃຈປ່ຽນແປງຄັ້ງໃຫຍ່ ຫຼັງຈາກໂຄງການເສບຢາເສບຕິດທີ່ສານສັ່ງ ແລະ ນາງກໍ່ເລີ່ມກັບມາຮຽກໜັງສືອີກຄັ້ງ.

ນາງກ່າວເວລາທີ່ຜ່ານມາມັນສູນເສຍໄປລ້າໆ ແລະ ນາງກໍ່ພົບວ່ານາງມ່ວນກັບການຮຽນໜັງສື ຫຼັງຈາກທີ່ຍ້າຍໄປຮຽນທີ່ມະຫາວິທະຍາໄລວໍຊິງຕັນ ນາງໄດ້ຮັບທຶນການສືກສາ ແລະ ໄດ້ເຂົ້າຮ່ວມທີມວິຊາການຂອງມະຫາວິທະຍາໄລທັງໝົດ ແລະ ອີກໜຶ່ງປີຕໍ່ມາໄດ້ຮັບເລືອກໃຫ້ເປັນ Truman Scholar ປີ 2020 ໃນລັດວໍຊິງຕັນ.

ໃນຕອນນີ້ນາງສຳເລັດດ້ານການສຶກສາຈາກມະຫາວິທະຍາໄລວໍຊິງຕັນລະດັບປະລິຍາສາຂາລັດຖະສາດ ດ້ວຍໄວອາຍຸ 48ປີ ແລະ ຫວັງວ່າໃນອານາຄົດນາງຈະເຮັດວຽກໃນການປະຕິຮູບເຮືອນຈຳ.

ຫວັງວ່າເລືອງລາວຊີວິດທີ່ບໍ່ທຳມະດາຂອງນາງຈະເປັນແຮງບັນດານໃຈໃຫ້ກັບຄົນອື່ນໆ ທີ່ກຳລັງຕໍ່ສູ້ກັບການເສບຕິດຢາ.

ຮຽບຮຽງໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...