Homeຂ່າວຕ່າງປະເທດໂຄວິດເດລຕ້າພລັສສາຍພັນໃໝ່ຕ້ານຢາປ້ອງກັນໄວຣັດພົບແລ້ວ 10 ປະເທດ

ໂຄວິດເດລຕ້າພລັສສາຍພັນໃໝ່ຕ້ານຢາປ້ອງກັນໄວຣັດພົບແລ້ວ 10 ປະເທດ

Published on

ເວັບໄຊຂ່າວອິນເດຍທູເດລາຍງານການຄົ້ນພົບເຊື້ອໄວຣັສໂຄໂຣນາສາຍພັນຊາຣ໌ 2 ຊະນິດກາຍພັນທີ່ພົບໃນອິນເດຍເປັນຄັ້ງທຳອິດ ຫຼື ເດລຕ້າ (ບີ .1.617.2) ມີການກາຍພັນຕໍ່ຍອດຈົນມີຄວາມສາມາດໃນການຕໍ່ຕ້ານໄວຣັດຊະນິດແອນຕີບໍດີສັງເຄາະ ຫຼື ໂມໂນໂຄລນອລແອນຕີບໍດີ  Casirivimab/Imdevimab (REGEN-COV) ເຊິ່່ງອະນຸຍາດໃຫ້ໃຊ້ກໍລະນີສຸກເສີນໃນອິນເດຍ.

ການຄົ້ນພົບດັ່ງກ່າວໄດ້ຮັບການເປີດເຜີຍຈາກທ່ານ ວິໂນດ ສະກາເຣຍ ນັກວິທະຍາສາດຈາກສະຖາບັນວິໄຈທາງຊີວະພາບ CSIR-Institute of Genomics and Integrative Biology (CSIR-IGIB) ທີ່ນະຄອນນິວເດລີປະເທດອິນເດຍ ໂດຍໄວຣັດນີ້ມີລະຫັດວ່າ B.1.617.2.1 ຫຼື AY.1 ຫຼື ເດລຕ້າ ພລັສ

ທ່ານ ນາງ ບານີ ໂຈລີ ຜູ້ຊ່ຽວຊານດ້ານການສຶກສາຈີໂນມຈາກສະຖາບັນດຽວກັນກ່າວວ່າ ການກາຍພັນ K417N ເກີດຂຶ້ນທີ່ຕຳແໜ່ງແທ່ງໂປຣຕິນຂອງໄວຣັດ B.1.617.2.1 ໂດຍພົບຈາກຊະນິດເດລຕ້າຈາກ 10 ປະເທດ.

ລາຍງານໄດ້ກ່າວເຖິງຜູ້ຕິດເຊື້ອໃນອັງກິດ 36 ຄົນ ທີ່ພົບວ່າເປັນເຊື້ອຊະນິດເດລຕ້າ ພລັສ ໃນຈຳນວນນີ້ 2 ຄົນມີຄວາມເປັນໄປໄດ້ວ່າເປັນການຕິດເຊື້ອແບບຝ່າພູມຄຸ້ມກັນ (breakthrough infections) ໃນຂະນະທີ່ຜູ້ຕິດເຊື້ອສ່ວນໃຫຍ່ມີປະຫວັດເດີນທາງມາຈາກປະເທດເນປານ, ຕວັກກີ, ມາເລເຊຍ ແລະ ສິງກະໂປ.

ເຊື້ອໄວຣັດຊະນິດເດລຕ້າ ພລັສ ຍັງພົບໄດ້ສ່ວນໃຫຍ່ໃນປະເທດອິນເດຍສ່ວນຫຼາຍທີ່ກວດພົບນັ້ນເປັນຜູ້ທີ່ຕິດເຊື້ອເດີນທາງມາຈາກຫຼາຍປະເທດເຊັ່ນ: ອາເມລິກາ, ການາດາ, ອັງກິດ, ຣັດເຊຍ, ຍີປຸ່ນ, ໂປຣຕຸເກສ, ຕັວກກີ, ເນປານ ແລະ ສະວິດເຊີແລນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...