Homeຂ່າວທ້ອງຖິ່ນຫຼາຍພາກສ່ວນເລັ່ງຊ່ວຍເຫຼືອປະຊາຊົນ ຢູ່ແຂວງໄຊຍະບູລີ

ຫຼາຍພາກສ່ວນເລັ່ງຊ່ວຍເຫຼືອປະຊາຊົນ ຢູ່ແຂວງໄຊຍະບູລີ

Published on

ອີງຕາມການລາຍງານ ຂອງ ຂປລ, ໃນວັນທີ 13-14 ມິຖຸນາ 2021 ນີ້, ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ແມ່ນ້ຳສາຍຕ່າງໆ ຍຶ່ງຂຶ້ນ ແລະ ໄຫຼເຂົ້າຖ້ວມບ້ານ, ເຮືອນ, ໄຮ່ນາ, ຮົ້ວສ່ວນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ເມືອງໄຊຍະບູລີ ແລະ ເມືອງເງິນ ແຂວງໄຊຍະບູລີ.

ປັດຈຸບັນ, ຫຼາຍພາກ ສ່ວນກຳລັງເລັ່ງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເບື້ອງຕົ້ນ, ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ສັດ ແລະ ອື່ນໆ ໄປໄວ້ທີ່ສູງ. ສະເພາະເມືອງໄຊຍະບູລີ ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ໄດ້ເຮັດໃຫ້ແມ່ນໍ້າຮຸ່ງ ບວກ ກັບນໍ້າຫ້ວຍຮ່ອງຄອງບຶງສາຍຕ່າງໆ ຍຶ່ງຂຶ້ນ ແລະ ໄຫຼເຂົ້າຖ້ວມຕົວເມືອງ ໄຊຍະບູລີ ເປັນຕົ້ນ ໄຫຼເຂົ້າຖ້ວມບ້ານເຮືອນ, ຮ້ານຄ້າ, ຕະຫຼາດ, ໂຮງຮຽນ ແລະ ພື້ນທີ່ທໍາການຜະລິດ ຂອງປະຊາຊົນທົ່ວເມືອງ ໄຊຍະບູລີ. ປັດຈຸບັນ, ເຈົ້າໜ້າທີ່ ທະຫານ, ຕໍາຫລວດ ແຕ່ລະກົມກອງ ກໍໄດ້ເລັ່ງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນເບື້ອງຕົ້ນ, ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນ, ລົດລາງພາ ຫະນະ, ເຄື່ອງໃຊ້ໄຟຟ້າ, ສັດ ແລະ ອື່ນໆ ໄປໄວ້ທີ່ສູງ.

ນອກຈາກນັ້ນ, ປະຊາຊົນບາງຄອບຄົວ ກໍໄດ້ນໍາເອົາເປົາດິນລຽນ ໃສ່ໜ້າບ້ານເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼເຂົ້າເຮືອນ, ສໍາລັບມູນຄ່າຄວາມເສຍຫາຍແມ່ນພາກສ່ວນກ່ຽວຂ້ອງ ກໍາລັງເລັ່ງເກັບກໍາຂໍ້ມູນ ແລະ ຈະລາຍງານໃຫ້ຮູ້ພາຍຫຼັງ.

ສຳລັບຢູ່ ເມືອງ ເງິນ ແຂວງ ໄຊຍະບູລີ ກໍເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນທັງເວັນ ແລະ ຄືນ, ມາຮອດເວລາ 2:30 ໂມງ ຂອງເຊົ້າວັນທີ 14 ມິຖູນາ 2021 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງ ບວກກັບນໍ້າປ່າໄຫຼເຂົ້າຖ້ວມທົ່ງນາ, ຮົ້ວ-ສວນ ຂອງປະຊາຊົນ ຫຼາຍບ້ານ ພາຍໃນເມືອງ ແລະ ໜັກກວ່າໜູ່ແມ່ນໄດ້ຖ້ວມບ້ານເຮືອນປະຊາຊົນ ບ້ານແກ້ວດອນຄູນ.

ຕໍ່ເຫດການດັ່ງກ່າວ, ຄະນະນຳ ເມືອງເງິນ ແລະ ອົງການປົກຄອງບ້ານ ນຳໂດຍ ທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງເງິນ ພ້ອມດ້ວຍຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ຄວາມຊ່ວຍເຫຼືອປະຊາຊົນຢ່າງທັນການ ໃນການຂົນເຄື່ອງຂອງຕ່າງໆ ແລະ ສັດລ້ຽງຂອງປະຊາຊົນ ຢູ່ຕາມແຄມແມ່ນໍ້າຍາງ ອອກຈາກເຂດດັ່ງກ່າວໄປໄວ້ເຂດທີ່ປອດໄພແລ້ວ, ປັດຈຸບັນພາກສ່ວນກ່ຽວຂ້ອງກຳລັງລົງເກັບກຳຂໍ້ມູນເບື້ອງຕົ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...