spot_img
Homeຂ່າວຕ່າງປະເທດອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາການໃຊ້ອໍານາດແບບບໍ່ເປັນທຳ ເຊິ່ງມີໂທດຕິດຄຸກເຖິງ 15 ປີ!!

ອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາການໃຊ້ອໍານາດແບບບໍ່ເປັນທຳ ເຊິ່ງມີໂທດຕິດຄຸກເຖິງ 15 ປີ!!

Published on

ໃນວັນພະຫັດທີ 10 ມີຖຸນາ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ຫຼັງຈາກທີ່ຄະນະກໍາມະການຕໍ່ຕ້ານການສໍ້ລາດບັງຫຼວງຂອງມຽນມາໄດ້ດໍາເນີນການສືບສວນຂໍ້ກ່າວຫາຫຼາຍຢ່າງຂອງທ່ານນາງ ອ່ອງຊານ ຊູຈີ ພວກເຂົາກໍເຫັນວ່າອະດີດຜູ້ນໍາປະເທດຄົນນີ້ໄດ້ໃຊ້ຕໍາແໜ່ງໜ້າທີ່ໃນການສໍ້ລາດບັງຫຼວງ ເຮັດໃຫ້ທ່ານນາງ ອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາຕາມກົດໝາຍຕໍ່ຕ້ານການສໍ້ລາດບັງຫຼວງມາດຕາທີ 55 ເຊິ່ງຫາກເຫັນວ່າການຕັ້ງຂໍ້ຫາດັ່ງກ່າວນັ້ນເປັນຄວາມຈິງທ່ານນາງ ອ່ອງຊານ ຊູຈີ ອາດຕິດຄຸກສູງເຖິງ 15 ປີ.

ຄະນະກໍາມະການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ຕັ້ງອີກໜື່ງຂໍ້ຫາກໍຄືທ່ານນາງອ່ອງຊານ ຊູຈີ ໄດ້ໃຊ້ອໍານາດແບບບໍ່ເປັນທໍາໃນການໃຫ້ເຊົ່າທີ່ດິນໃນເມືອງຫຼວງເນປິດໍ ແລະ ສ້າງອາຄານເພື່ອເປີດເປັນສໍານັກງານໃຫຍ່ຂອງມູນລະນິທິດໍ ຂິ່ນ ຈີ  ແລະ ຄະນະກໍາມະການຍັງກ່າວຫາວ່າທ່ານນາງອ່ອງຊານ ຊູຈີ ໄດ້ຮັບເງິນ ແລະ ຄໍາ ມູນຄ່າລວມຫຼາຍກວ່າ 600,000 ດອລລ້າແບບບໍ່ຖືກຕ້ອງຕາມກົດໝາຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...