spot_img
Homeຂ່າວຕ່າງປະເທດອິນເດຍພົບໂຄວິດ-19 ສາຍພັນເດລຕາ (ສາຍພັນອິນເດຍ) ທີ່ມີອາການເຮັດໃຫ້ຫູອື້-ຊີ້ນເນົ່າເປື່ອຍ!!

ອິນເດຍພົບໂຄວິດ-19 ສາຍພັນເດລຕາ (ສາຍພັນອິນເດຍ) ທີ່ມີອາການເຮັດໃຫ້ຫູອື້-ຊີ້ນເນົ່າເປື່ອຍ!!

Published on

ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າພະຍາໂຄວິດ-19 ສາຍພັນເດລຕາ ຫຼື ສາຍພັນທີ່ພົບເຫັນຄັ້ງທໍາອິດທີ່ປະເທດອິນເດຍ ເຊິ່ງໄດ້ມີການແຜ່ລະບາດໄປຫຼາຍກວ່າ 60 ປະເທດໃນທົ່ວໂລກ ໃນຊ່ວງ 6 ເດືອນທີ່ຜ່ານມາໄດ້ພົບຜູ້ຕິດເຊື້ອທີ່ມີພາວະເລືອດອຸດຕັນເຊິ່ງນໍາໄປສູ່ການສູນເສຍການໄດ້ຍິນ, ຊີ້ນໃນຮ່າງກາຍເປື່ອຍເນົ່າ ລວມໄປເຖິງການເຈັບທ້ອງຢ່າງຮຸນແຮງ.

ທາງທີມແພດໃນອິນເດຍໄດ້ສັນນິຖານວ່າອາການດັ່ງກ່າວອາດຈະເປັນຜົນມາຈາກໂຄວິດ-19 ສາຍພັນເດລຕາ ແລະ ຖ້າຫາກຜູ້ທີ່ມີອາການດັ່ງກ່າວບໍ່ໄດ້ຮັບການປິ່ນປົວພາຍໃນ 24 ຊົ່ວໂມງອາດຈະເຮັດໃຫ້ໂອກາດລອດຊີວິດມີພຽງ 50% ເນື່ອງຈາກເປັນອາການທີ່ຮຸນແຮງ ແລະ ມີໂອກາດກະທົບທຸກສ່ວນຂອງຮ່າງກາຍ.

ແພດໝໍບອກວ່າໂຄວິດ-19 ເປັນພະຍາດທີ່ກ່ຽວກັບລະບົບປະສາດ ແລະ ມີແນວໂນ້ມທີ່ຈະກ່ຽວຂ້ອງກັບເສັ້ນປະສາດສະໝອງ ໂດຍຜູ້ຕິດເຊື້ອຈະມີອາການອໍາມະພາດຂອງເສັ້ນປະສາດ ແລະ ສູນເສຍການເຮັດວຽກຂອງເສັ້ນປະສາດຮັບກິ່ນ ດ້ວຍເຫດນີ້ໂຄວິດ-19 ຈຶ່ງເປັນໄປໄດ້ທີ່ຈະເຮັດໃຫ້ເສັ້ນປະສາດທາງດ້ານການໄດ້ຍິນບົກພ່ອງ. ນອກຈາກນີ້, ໝໍຍັງບອກວ່າໂຄວິດ-19 ສາຍພັນເດລຕາເປັນເລື່ອງທີ່ຄາດເດົາບໍ່ໄດ້.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...