spot_img
Homeຂ່າວການພັດທະນາມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ

ມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ

Published on

ອີງຕາມ ສຳນັກຂ່າວ ຂປລ ລາຍງານ, ໃນວັນທີ 9 ມິຖຸນາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ລັດສະໝີ ແກ້ວມະນີ ໄປດໍາລົງຕໍາແໜງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນທະລັດສະວິດ ແລະ ທ່ານ ແສງແກ້ວ ປວງປະດິດ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະ ການປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ທ່ານທູດທັງສອງ ຕາງກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດ ຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດປະຈຳປະເທດດັ່ງກ່າວ. ພ້ອມທັງຢືນຢັນວ່າ ຈະສຸມທຸກຄວາມພະຍາຍາມເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດມາສູ່ປະເທດຊາດ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...