ລາວໄດ້ຮັບວັກຊີນຟາຍເຊີ ຈຳນວນ 100,620 ໂດສ! ຈາກໂຄງການ COVAX Facility

ໃນວັນທີ 2 ມິຖຸນາ ປີ 2021  ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່  ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ເຊິ່ງ​ເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່ນີ້​ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

ອີງຕາມແຜນປະຕິບັດການສັກ​​ວັກຊີນ​ກັນພະຍາດໂຄວິດ-19 ແຫ່ງຊາດ ​ທີ່​ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ​ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ​​. ​ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງ​ວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່​ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງ​ວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງ​ສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນ​ເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19  ຄົບ 2 ເຂັມແລ້ວກໍ່ຕາມ.​”

ວັກຊີນກັນພະຍາດໂຄວິດ-19  ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ​ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌​, ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍ​ຄວາມປຶ້ມປິຕິ ​ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility. ໃນປະຈຸບັນນີ້, ວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້​ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດ​ຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ເຊິ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ.”

ສູນວິເຄາະ-​ລະບາດວິທະຍາ​​ແຫ່ງຊາດ (National Centre Laboratory Epidemiology) ຍັງໄດ້ຈັດກຽມ​ຕູ້​ແຊ່ແຂງພິເສດ​ 1 ໜ່ວຍ ຊຶ່ງ​ສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 300,000 ໂດສ. ອົງການອະນາໄມໂລກ ໄດ້ຈັດຊື້​ຕູ້​ແຊ່ແຂງພິເສດ​ຕື່ມອີກ 3 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນໄດ້ປະມານ 360.000 ໂດສ ເພື່ອ​ນໍາໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ​ແຂວງອື່ນໆ. ຕູ້​ແຊ່ແຂງພິເສດ ຈາກອົງການອະນາໄມໂລກ ເເມ່ນຢັງຈະຊ່ວຍປະກອບສ່ວນເພີ່ມເຂົ້າ​ໃສ່​ຕູ້ເຢັນອີກຈຳນວນ​ 157 ໜ່ວຍ​ ຈາກອົງການຢູນິເຊັບ ແລະ ອີກ 20 ໜ່ວຍ ທີ່ອົງການອະນາໄມໂລກ ໄດ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເເລ້ວ ເພື່ອເສີມສ້າງຄວາມ​ສາມາດດ້ານລະບົບຄວາມເຢັນ​ພິເສດ​ເພື່ອຮອງຮັບວັກຊີນ.

ທ່ານນາງບີອາເຕ ດາສເຕລ໌​, ວ່າການແທນ​ຜູ້ຕາງໜ້າອົງການຢູນິເຊັບ​ ກ່າວວ່າ: “ການມາຮອດຂອງ​ວັກຊີນ​ຄັ້ງລ້າສຸດນີ້ ເປັນຫຼັກໝາຍອັນ​ສຳຄັນໜຶ່ງອີກ​ໃນການຕອບໂຕ້​ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ເປັນບາດກ້າວໜຶ່ງຕໍ່ການຮັບປະກັນການເຂົ້າເຖິງວັກຊິນກັນ​ພະຍາດໂຄວິດ-19  ​ແບບເທົ່າທຽມ​ ແລະ ເປັນທໍາໃນ​ທົ່ວໂລກ. ​ຂ້າພະເຈົ້າກໍ່ຂໍສະແດງຄວາມຊົມເຊີຍຕໍ່​ລັດຖະບານແຫ່ງ ສປປ ລາວ ໃນການຕອບຮັບ​ແກ້ໄຂບັນດາກໍລະນີໂຄວິດ-19 ໃໝ່ ໃນ​​ປະເທດຢ່າງ​ມີປະສິດຕິຜົນ ແລະ ໃນການດຳເນີນ​​ການສັກ​ວັກຊິນຢ່າງວ່ອງ​ໄວ ເພື່ອປົກປ້ອງປະຊາຊົນລາວ. ອົງການຢູນິເຊັບ ແລະ ຄູ່ຮ່ວມງານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ຕໍ່ການ​ລະບາດຂອງພະຍາດໂຄວິດ-19 ໃນປະເທດ, ລວມເຖິງການຈັດຊື້​ວັກຊີນ​.​”

ນອກ​ຈາກ​ວັກຊິນແລ້ວ​, ໃນວັນທີ 6 ເດຶອນມິຖຸນາ, ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ​ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 1,175 ກ່ອງ ຕື່ມອີກ ຊຶ່ງແມ່ນ​ອົງການຢູນິເຊັບໄດ້ຈັດຊື້ໃຫ້​.

ການຂົນສົ່ງ​ວັກຊີນຊຸດທຳອິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ປະກອບມີ​ວັກຊີນ AstraZeneca/Oxford ຈຳນວນ 132.000 ໂດສ​ ເຊິ່ງໄດ້ມາຮອດປະເທດລາວແລ້ວ ໃນວັນທີ 20 ເດືອນມີນາ ທີ່ຜ່ານມານີ້. ດັ່ງນັ້ນ ວັກຊີນຊູຸດລ້າສຸດນີ້ແມ່ນຈະເປັນ ວັກຊີນຊຸດທີ່ສອງທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ໃນ ສປປ ລາວ ເເລະ ຄາດວ່າຈະໄດ້ຮັບວັກຊີນເພີ່ມອີກພາຍໃນທ້າຍປີນີ້.

ໂຄງການວັກຊີນໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການອະນາໄມໂລກ (WHO) ແລະ  ເຮັດວຽກຮ່ວມມືກັບ ອົງການຢູນິເຊັບ (UNICEF) ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.

ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ມີດັ່ງນີ້: ປະເທດອົດສະຕາລີ, ປະເທດ ການາດາ, ສະຫະພາບເອີຣົບ, ປະເທດຝຣັ່ງເສດ, ປະເທດເຢຍລະມັນ, ປະເທດຍີ່ປຸ່ນ, ປະເທດເກົາຫຼີ, ປະເທດລັກເຊມເບີກ, ປະເທດສະວິດເຊີແລນ, ປະເທດອັງກິດ ແລະ ສະຫະລັດອາເມລິກາ.