Homeຂ່າວທ້ອງຖິ່ນ3 ກຸ່ມບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer  ເມື່ອມາເຖິງ ສປປ ລາວ

3 ກຸ່ມບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer  ເມື່ອມາເຖິງ ສປປ ລາວ

Published on

ອີງຕາມການລາຍງານຜ່ານແຟນເພສ ເຟສບຸກ ຂອງສູນຂ່າວສານການແພດສຸຂະສຶກສາ Centre of Infotmation and Education of Health ໃຫ້ຮູ້ວ່າ: 3 ກຸ່ມບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer  ເມື່ອວັກຊີນດັ່ງກ່າວມາເຖິງ ສປປ ລາວ ແມ່ນໄດ້ແກ່:

– ຜູ້ສູງອາຍຸ 60 ປີ ຂື້ນໄປ ຈະມີການກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ

– ຜູ້ທີ່ມີພະຍາດປະຈຳຕົວ* (18 ປີ ຂຶ້ນໄປ) ຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30, BMI = ນໍ້າໜັກ/ສ່ວນສູງກຳລັງ 2

-ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ.

ໝາຍເຫດ: ສໍາລັບຜູ້ທີ່ບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດໃດມາກ່ອນເທົ່ານັ້ນ (ແລະ ວັກຊີນບໍ່ສາມາດຖືກສັກແບບປົນຊະນິດກັນໄດ້) ຜູ້ທີ່ມີພະຍາດປະຈຳຕົວ: ພະຍາດໝາກໄຂ່ຫຼັງ, ເບົາຫວານ, ພະຍາດຫົວໃຈ, ພະຍາດທາງເດີນຫາຍໃຈ, ພະຍາດຕັບ, ພະຍາດຕຸ້ຍ (BMI >30 kg/m2), ມະເຮັງ, ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ, ຜຸ້ທີ່ມີຄວາມດັນເລືອດສູງ ແລະ ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome)

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...