spot_img
Homeຂ່າວທ້ອງຖິ່ນເມືອງພະລານໄຊມີຄວາມກຽມພ້ອມແກ່ ການປູກໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດໄດ້ແລ້ວ 70%

ເມືອງພະລານໄຊມີຄວາມກຽມພ້ອມແກ່ ການປູກໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດໄດ້ແລ້ວ 70%

Published on

ທ່ານ ບັນລັງ ວົງວິໄຊ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງວ່າ: ເນື່ອງໃນ ວັນທີ 1 ມິຖຸນາ ທີ່ໃກ້ຈະມາເຖິງນີ້ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຂອງທຸກໆປີ, ສໍາລັບທົ່ວເມືອງພະລານໄຊມາຮອດປະຈຸບັນ ແມ່ນ ໄດ້ຫ່າງຫາກະກຽມ ແລະ ມີຄວາມພ້ອມແລ້ວ 70%.

ໂດຍມີແຜນປູກໄມ້ທັງໝົດປະມານ 70 ເຮັກຕາ, ເຊິ່ງຕ້ອງໃຊ້ເບ້ຍໄມ້ 50.000 ເບ້ຍ,  ໃນນີ້ຈະໄດ້ແບ່ງການປູກເປັນ3 ພາກສ່ວນຄື: ກົມກອງສໍານັກງານອົງການ ປູກໃຫ້ໄດ້ບໍ່ຫຼຸດ 5 ເຮັກຕາ, ນັກທຸລະກິດຜູ້ປະກອບການອື່ນໆພາຍໃນເມືອງປູກໃຫ້ໄດ້ພາຍໃນ 50 ເຮັກຕາ, ປະຊາຊົນປູກຕາມພື້ນທີ່ ທີ່ມີເງື່ອນໄຂ ໃຫ້ໄດ້15 ເຮັກຕາ, ໃນທົ່ວເມືອງ ມີສ່ວນກ້າເບ້ຍໄມ້ 2 ແຫ່ງ ມີເບ້ຍໄມ້ທັງໝົດ ປະມານ 13.500ເບ້ຍ, ເປັນໄມ້ອຸດສາຫະກໍາປະມານ10.000 ເບ້ຍ, ກວມເອົາ 80% ເຊັ່ນໄມ້ ດູ່, ໄມ້ຂະຍູງ, ແຕ້ຂ່າ, ມີເບ້ຍໄມ້ໃຫ້ໝາກ ແລະ ເບ້ຍໄມ້ປະດັບ 3.500 ເບ້ຍ ເຊິ່ງກວມເອົາ 20% ເຊັ່ນ: ໝາກມີ້ ,ໝາມ່ວງ, ດອກຈໍາປາ, ຜາງຍູງ ແລະ ອື່ນໆ, ເຊິ່ງເບ້ຍໄມ້ທີ່ຍັງຕ້ອງການແມ່ນ 40.000 ກວ່າເບ້ຍ, ສໍາລັບ 3 ພາກສ່ວນ ໃນການປູກເບ້ຍໄມ້ນີ້ ພາກສ່ວນນັກທຸລະກິດ ຜູ້ປະກອບການອື່ນໆ ແມ່ນໃຫ້ຊອກມາດ້ວຍຕົນເອງ ແລະ ມີສວນປູກໄມ້ດ້ວຍຕົນເອງ.

ພາຍຫຼັງທີ່ມີການປູກໄມ້ ການບົວລະບັດຮັກສາ ໂດຍການເຮັດຮົ້ວອ້ອມ ແລະ ເຮັກຄອກອ້ອມ ໃນຂະໜາດແມັດຄູນແມັດ, ສໍາລັບການຈັດພິທີປູກໄມ້ເປັນທາງການຂອງເມືອງ ແມ່ນອີງໃສ່ສະພາບຄວາມເປັນຈິງ ເພາະໄລຍະນີ້ ຍັງຢູ່ໃນໄລຍະຮັກສາໄລຍະຫ່າງ ແລະ ຫຼີກລ້ຽງບ່ອນທີ່ມີຈໍານວນພົນຫຼາຍ.

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້, ທ່ານ ບັນລັງ ວົງວິໄຊ ຍັງໄດ້ຮຽກຮ້ອງ ມາຍັງປະຊາຊົນບັນດາເຜົ່າ ຜູ້ໃດທີ່ມີຄວາມສາມາດປູກຕາມຫົວໄຮ່ປາຍນາ, ຕາມຮົ້ວສວນ ໃຫ້ຍາດແຍ່ງໃຊ້ງົບປະມານ ຂອງຕົນໃນການຊື້ເບ້ຍໄມ້, ບຸກເບີກ, ເຮັດຮົ້ວ ເອົາໃຈໃສ່ປູກ ເພື່ອອານາຄົດຂ້າງໜ້າຂອງລູກຫຼານ.

ສໍານັກງານອົງການ ນັກທຸລະກິດອື່ນໆ ກໍ່ຕ້ອງເອົາໃຈໃສ່ຖືເອົາບັນຫາສໍາຄັນໃນການປູກໄມ້ ເພື່ອເຮັດໃຫ້ປະເທດຊາດຂ້າງໜ້າ ໃນປີ 2025 ໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມເກີນ 70%.

ນອກຈາກການປູກໄມ້ແລ້ວ ທາງເມືອງຍັງມີແຜນຫ່າງຫາກະກຽມໃສ່ການຜະລິດນາປີ 2021 ເຊິ່ງທົ່ວເມືອງມີເນື້ອທີ່ທັງໝົດ 10.960 ເຮັກຕາ ແລະ ມີເນື້ອທີ່ປູກພືດລະດູຝົນ 462 ເຮັກຕາ, ມາຮອດປະຈຸບັນ ໄຖຮຸດນາໄດ້ແລ້ວ 30% ຕົກກ້າໄດ້ 20% ໃນນັ້ນມີນາຫວ່ານ 121 ເຮັກຕາ, ນາຢອດ 72 ເຮັກຕາ, ພ້ອມນີ້ກໍ່ໄດ້ຊຸກຍູ້ໃຫ້ປະຊາຊົນຂົນຝຸ່ນຄອກລົງໃສ່ນາ 2.000 ໂຕນ , ສະເພາະຝຸ່ນວິທະຍາສາດທາງເມືອງມີຄວາມຕ້ອງການໃສ່ການຜະລິດ 8.600ໂຕນ, ສໍາລັບແນວພັນເຂົ້າທີ່ຈະນໍາມາໃຊ້ໃນການຜະລິດນາປີແມ່ນນໍາໃຊ້ແນວພັນເຂົ້າປັບປຸງ100%.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...