Homeຂ່າວຕ່າງປະເທດປະເທດມາລາວີຈຸດວັກຊີນແອສຕຣາເຊເນກາເກືອບ 20,000ໂດສຫຼັງພົບວັກຊີນໝົດອາຍຸ

ປະເທດມາລາວີຈຸດວັກຊີນແອສຕຣາເຊເນກາເກືອບ 20,000ໂດສຫຼັງພົບວັກຊີນໝົດອາຍຸ

Published on

ສຳນັກຂ່່າວບີບີຊີລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກມາລາວີເຮັດການເຜົາວັກຊີນປ້ອງກັນໂຄວິດ-19 ຂອງຍີ່ຫໍ້ແອສຕຣາເຊເນກາທີ່ໝົດອາຍຸແລ້ວຈຳນວນ 19,610ໂດສ ໂດຍກ່າວວ່າຈະສ້າງຄວາມໝັ້ນໃຈແກ່ປະຊາຊົນວ່າວັກຊີນທີ່ເຈົ້າໜ້າທີ່ສາທາລະນະສຸກໄດ້ຮັບປອດໄພ ຖືວ່າເປັນປະເທດທຳອິດໃນທະວີບແອຟຣິກາທີ່ເຮັດແບບນີ້ຕໍ່ໜ້າປະຊາຊົນ.

ມາລາວີໄດ້ຮັບວັກຊີນແອສຕຣາເຊເນກາ 102,000ໂດສ ທີ່ໄດ້ມາຈາກສະຫະພາບແອຟຣິກາເມື່ອວັນທີ 26 ມີນາ ທີ່ຜ່ານມາ ແລະ ໃຊ້ວວັກຊີນໄປແລ້ວເກືອບ 80% ຂອງຈຳນວນດັ່ງກ່າວ ແຕ່ວັກຊີນຈຳນວນນີ້ຂຽນກຳກັບວັນໝົດອາຍຸແມ່ນ 13 ເມສາ 2021 ທາງສາທາລະນະສຸກຈຶ່ງໄດ້ນຳມັນມາຈັດການເຜົາຖິ້ມ.

ທ່ານ ດຣ. ຊາຣ໌ ມະວັນຊຳໂບ ລັດຖະມົນຕີກະຊວງສາທາລະນະສຸກມາລາວີ ກ່າວກັບສຳນັກຂ່າວບີບີຊີວ່າ ນີ້ເປັນເລື່ອງໂຊກຮ້າຍທີ່ພວກເຂົາຕ້ອງໄດ້ທຳລາຍວັກຊີນ ແຕ່ການທຳລາຍມັນມີປະໂຫຍດຫຼາຍກວ່າການໄດ້ຮັບຄວາມສ່ຽງ.

ມາລາວີບໍ່ແມ່ນປະເທດດຽວໃນແອຟຣິກາທີ່ມີວັກຊີນໝົດອາຍຸຕອນທຳອິດອົງການອານາໄມໂລກ (WHO) ຂໍໃຫ້ມາລາວີເຂົ້າເກັບວັກຊີນຈົນກວ່າຈະສາມາດລະບຸໄດ້ວ່າຍັງສາມາດໃຊ້ງານໄດ້ ຫຼື ບໍ່ ແຕ່ຕອນນີ້ WHO ກ່າວວ່າ ຄວນທຳລາຍວັກຊີນທີ່ຜູ້ຜະລິດສົ່ງອອກພ້ອມກຳນົດວັນໝົດອາຍຸ.

ອົງການອານາໄມໂລກລະບຸຖະແຫຼງການເມື່ອວັນທີ 17 ພຶຶດສະພາ ວ່າ “ເຖິງແມ່ນວ່າການຖິ້ມວັກຊີນຈະເປັນເລື່ອງທີ່ໜ້າເສຍໃຈຢ່າງຍິ່ງໃນບົດບາດຂອງໂຄງການສ້າງພູມກັນໂຣກໃດໆ WHO ແນະນຳວ່າຄວນນຳວັກຊີນທີ່ໝົດອາຍຸເຫຼົ່ານີ້ອອກຈາກຫ່ວງໂຊການຈັດຈຳໜ່າຍ ແລະ ກຳຈັດຢ່າງປອດໄພ”.

ສ່ວນວັກຊີນອື່ນໆ ທີ່ໃຊ້ຢູ່ໃນປັດຈຸບັນມີອາຍຸການເກັບຮັກສາໄດ້ດົນເຖິງ 36 ເດືອນ ຄວາມທ້າທາຍຂອງວັກຊີນປ້ອງກັນໂຄວິດ-19 ຄືມີການໃຊ້ງານມາໜ້ອຍກວ່າ 1 ປີ ແລະ ບໍ່ມີຂໍ້ມູນສາລະສຳຄັນກ່ຽວກັບປະສິດທິພາບຫຼັງໃຊ້ເວລາດົນ.

ທັງນີ້, ມາລາວີມີການວັກຊີນໃນລະດັບຕໍ່າ ແລະ ເຈົ້າໜ້າທີ່ສາທາລະນະສຸກຫວັງວ່າການດຳເນີນການດັ່ງກ່າວຈະຊ່ວຍເພີ່ມຄວາມໝັ້ນໃຈແກ່ປະຊາຊົນ ສ່ວນຍອດຜູ້ຕິດເຊື້ອທົ່ວປະເທດຢູ່ທີ່ 34,232 ຄົນ ແລະ ເສຍຊີວິດ 1,153 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...